ກຸ່ມບໍລິສັດ Tokyu (ຍີປຸ່ນ) ສືບຕໍ່ຮ່ວມມືພັດທະນາເຂດຕົວເມືອງຢູ່ ບິ່ງເຢືອງ

(VOVWORLD) - ທາງແຂວງຫວັງຢາກເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດໃຫຍ່ທີ່ເຂັ້ມແຂງ ມີບົດຮຽນຫຼາຍຢ່າງຄືກຸ່ມບໍລິສັດ Tokyu.
ກຸ່ມບໍລິສັດ Tokyu (ຍີປຸ່ນ) ສືບຕໍ່ຮ່ວມມືພັດທະນາເຂດຕົວເມືອງຢູ່ ບິ່ງເຢືອງ - ảnh 1ທີ່ການເຮັດວຽກ
(ພາບ: TTXVN)

          ໂດຍສ້າງຂີດໝາຍ 10 ປີແຫ່ງການຮ່ວມມື, ລົງທຶນບັນລຸປະສິດທິຜົນຢູ່ແຂວງ ບິ່ງເຢືອງ, ກຸ່ມບໍລິສັດ Tokyu (ຍີປຸ່ນ) ຈະສືບຕໍ່ຮ່ວມມື, ແບ່ງປັນບົດຮຽນທີ່ຖອດຖອນມາໄດ້ໃນຮອບເວລາ 100 ປີແຫ່ງການພັດທະນາເຂດຕົວເມືອງ, ເພື່ອມຸ່ງໄປເຖິງການສ້າງແຂວງ ບິ່ງເຢືອງ ໃຫ້ກາຍເປັນເຂດຕົວເມືອງສີຂຽວ, ອັດສະລິຍະ ແລະ ເປັນໜ້າດຳລົງຊີວິດ. ນີ້ແມ່ນຄຳຢືນຢັນຂອງທ່ານ Notomo Hirofumi, ປະທານກຸ່ມບໍລິສັດ Tokyu ທີ່ການເຮັດວຽກກັບທ່ານເລຂາຄະນະພັກແຂວງ ບິ່ງເຢືອງ ຫງວຽນວັນເລື້ຍ, ໃນວັນທີ 12 ກັນຍາ. ທ່ານ Notomo Hirofumi, ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ ຈະຮຽກຮ້ອງໃຫ້ບັນດານັກລົງທຶນ ຍີ່ປຸ່ນ ພ້ອມກັບກຸ່ມບໍລິສັດຮ່ວມທຸລະກິດ Becamex – Tokyu ລົງທຶນເຂົ້າ ບິ່ງເຢືອງ ຫຼາຍກວ່າອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງແຂວງ ບິ່ງເຢືອງ ພວມໃຫ້ບຸລິມະສິດພັດທະນາ, ຄື: ເຂດຕົວເມືອງ, ພື້ນຖານໂຄງລ່າງຄົມມະນາຄົມ ຕາມການກຳນົດທິດຂອງຕົນ.

          ທີ່ການເຮັດວຽກ, ທ່ານເລຂາຄະນະພັກແຂວງ ບິ່ງເຢືອງ ຫງວຽນວັນເລື້ຍ ໃຫ້ຮູ້ວ່າ, ເພື່ອແນໃສ່ເປົ້າໝາຍສ້າງເຂດຕົວເມືອງອັດສະລິຍະ, ກາຍເປັນເຂດທີ່ເປັນໜ້າດຳລົງຊີວິດໃຫ້ແກ່ປະຊາຊົນ… ເຊິ່ງແມ່ນເປົ້າໝາຍໃຫຍ່ຫຼວງຂອງແຂວງ, ສະນັ້ນ, ທາງແຂວງຫວັງຢາກເພີ່ມທະວີການຮ່ວມມືກັບບັນດາກຸ່ມບໍລິສັດໃຫຍ່ທີ່ເຂັ້ມແຂງ ມີບົດຮຽນຫຼາຍຢ່າງຄືກຸ່ມບໍລິສັດ Tokyu.

ຕອບກັບ

ຂ່າວ/ບົດ​ອື່ນ