ກຸ່ມບໍລິສັດຂາຍຍ່ອຍ ອັນດັບໜຶ່ງຂອງຍີ່ປຸ່ນ ເຂົ້າຕະຫຼາດຫວຽດນາມ


ກຸ່ມບໍລິສັດຂາຍຍ່ອຍ ອັນດັບໜຶ່ງຂອງຍີ່ປຸ່ນ ເຂົ້າຕະຫຼາດຫວຽດນາມ - ảnh 1

ຍີ່ປຸ່ນ​ນັບ​ມື້​ນັບ​ສົນ​ໃຈ​ຕະຫຼາດ​ຫວຽດນາມ

(ພາບ: baodautu.vn)

(vovworld)- ​ ​ ວັນ​ທີ 1/1, ກຸ່ມ​ບໍລິສັດ AEON ຫວຽດນາມ ​ໄດ້​ນຳ​ສູນ​ການ​ຄ້າ AEON Mall TanPhu Celadon ຢູ່​ເມືອງ​ເຕີນ​ຟູ-​ນະຄອນ​ໂຮ່ຈິ​ມິນ ​ເຂົ້າ​ເຄື່ອນ​ໄຫວ ຊື່​ງ​ເປັນ​ຂີດ​ໝາຍ​ຂອງ​ການ​ມີໜ້າຢູ່​ຫວຽດນາມ ​ຂອງ​ກຸ່ມ​ບໍລິສັດ​ AEON ຂາຍຍ່ອຍ​ທີ່​ຍາວ​ນານ​ກ່ວາ​ໝູ່ມາ​ຈາກຍີ່ປຸ່ນ.

 AEON Mall TanPhu Celadon ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ກ່ວາ 100 ລ້ານ​ໂດ​ລາ​ສະຫະລັດ, ມີ​ເນື້ອ​ທີ່​ໜ້າ​ພຽງ​ຂາຍຍ່ອຍ​ປະມານ 50.000 ຕາລາງ​ແມັດ. ທ່ານ Yukio Konishi ຜູ້ອຳນວຍການ​ໃຫ່ຍ AEON Mall ຫວຽດນາມ ​ໃຫ້​ຮູ້​ວ່າ: ​ສູນ​ການ​ຄ້າ​ດັ່ງກ່າວ​ຈະ​ສະໜອງ​ສິນຄ້າ 12.000 ປະ​ເພດ​ຄື: ອາຫານ​ສົດ, ອາຫານ​ເຕັກ​ໂນ​ໂລ​ຊີ, ​ເຄື່ອງ​ສຳອາງ, ​ເຄື່ອງ​ໃຊ້​ສອຍ​ໃນ​ຄອບຄົວ….

   ຫວຽດນາມ ​ແມ່ນ​ປະ​ເທດ​ທີ 3 ຖັດຈາກ​ມາ​ເລ​ເຊຍ, ຈີນ​ນ ຊື່​ງກຸ່ມ​ບໍລິສັດ​ຂາຍຍ່ອຍ AEON ມີ​ສູນ​ການ​ຄ້າ​ຂະໜາດ​ໃຫ່ຍ./.

ຂ່າວ/ບົດ​ອື່ນ