ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ ສະໜອງຜ້າອັດປາກກັນເຊື້ອພະຍາດ 10 ລ້ານອັນ

(VOVWORLD) -ບັນດາຫົວໜ່ວຍສະມາຊິກກຸ່ມບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex) ໄດ້ສະໜອງຜ້າອັດປາກເຮັດດ້ວຍແພກັນເຊື້ອພະຍາດປະມານ 10 ລ້ານອັນໃຫ້ຕະຫຼາດ.
ກຸ່ມບໍລິສັດຕ່ຳແຜ່ນຕັດຫຍິບຫວຽດນາມ ສະໜອງຜ້າອັດປາກກັນເຊື້ອພະຍາດ 10 ລ້ານອັນ - ảnh 1(ພາບປະກອບ: hanoimoi.com.vn)

ໄລ່ຮອດວັນທີ 15 ມີນາ, ບັນດາຫົວໜ່ວຍສະມາຊິກກຸ່ມບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex) ໄດ້ສະໜອງຜ້າອັດປາກເຮັດດ້ວຍແພກັນເຊື້ອພະຍາດປະມານ 10 ລ້ານອັນໃຫ້ຕະຫຼາດ. ນອກຈາກບໍລິສັດຕ່ຳແຜ່ນຕັດຫຍິບ ດົງຊວນ ແລ້ວ, ບັນດາຫົວໜ່ວຍສະມາຊິກໃນກຸ່ມບໍລິສັດກໍ່ໄດ້ຜະລິດບັນດາຜະລິດຕະພັນຜ້າອັດປາກກັນເຊື້ອພະຍາດ ແລະ ໄດ້ຂາຍຜ່ານລະບົບຂາຍຍ່ອຍທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ