ກ່ວາ 5.000 ຄົນເຂົ້າຮ່ວມວັນບຸນອາສາສະໝັກ “ປະຈັນບານກະທຳເພື່ອວົງຄະນະຍາດ”

(VOVWORLD) - ສະມາຊິກຊາວໜຸ່ມ, ພາລະກອນຂອງກຸ່ມບໍລິສັດ FPT ແລະ ປະຊາຊົນ 5.000 ກ່ວາຄົນໄດ້ເຂົ້າຮ່ວມການຍ່າງໃນເຫດການນີ້.
ກ່ວາ 5.000 ຄົນເຂົ້າຮ່ວມວັນບຸນອາສາສະໝັກ “ປະຈັນບານກະທຳເພື່ອວົງຄະນະຍາດ” - ảnh 1 ບັນດາຜູ້ເຂົ້າຮ່ວມເຫດການ

ເພື່ອຂ່ຳນັບຊົມເຊີຍເດືອນຊາວໜຸ່ມ 2018, ຕອນເຊົ້າວັນທີ 11 ມີນາ, ຢູ່ເຂດຖະໜົນທາງຍ່າງອ້ອມແອ້ມໜອງ ຮ່ວານກ໋ຽມ, ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ກຸ່ມບໍລິສັດ FPT ໄດ້ສົມທົບກັບຈັດຕັ້ງວັນບຸນອາສາສະໝັກ “ປະຈັນບານກະທຳເພື່ອວົງຄະນະຍາດ”. ສະມາຊິກຊາວໜຸ່ມ, ພາລະກອນຂອງກຸ່ມບໍລິສັດ FPT ແລະ ປະຊາຊົນ 5.000 ກ່ວາຄົນໄດ້ເຂົ້າຮ່ວມການຍ່າງໃນເຫດການນີ້.

        ຄະນະຈັດຕັ້ງໄດ້ສະຫງວນຈຳນວນເງິນ 100.000 ດົ່ງສຳລັບແຕ່ລະຄົນເຂົ້າຮ່ວມລາຍການຍ່າງ ເພື່ອສ້າງກອງທຶນສະໜັບສະໜູນໃຫ້ແກ່ການເຄື່ອນໄຫວກຸສົນໃນທົ່ວປະເທດຄື: ກໍ່ສ້າງສະໜາມກິລາໃຫ້ແກ່ເດັກນ້ອຍຢູ່ເຂດຫ່າງໄກຊອກຫຼີກ, ສ້ອມແປງເຮືອນແຫ່ງສາຍຈິດມິດໃຈ ແລະ ການເຄື່ອນໄຫວໜູນຊ່ວຍດ້ານການສຶກສາອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ