ກໍ່ສ້າງກະສິກຳ ຫວຽດນາມ ໃຫ້ທັນສະໄໝ, ມີຄວາມສາມາດແກ່ງແຍ້ງກັບສາກົນ

ກໍ່ສ້າງກະສິກຳ ຫວຽດນາມ ໃຫ້ທັນສະໄໝ, ມີຄວາມສາມາດແກ່ງແຍ້ງກັບສາກົນ - ảnh 1
ກອງ​ປະ​ຊຸມ​ກໍ່​ສ້າງ​ພື້ນ​ຖານອຸດ​ສາ​ຫະ​ກຳ, ກະ​ສິ​ກຳ ຫວຽດ​ນາມ

(vovworld) – ຕອນ​ບ່າຍ​ວັນ​ທີ 18/12, ຢູ່ນະ​ຄອນ ໂຮ່​ຈີ​ມິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກໍ່​ສ້າງ​ພື້ນ​ຖານອຸດ​ສາ​ຫະ​ກຳ, ກະ​ສິ​ກຳ ຫວຽດ​ນາມ, ໂດຍ​ສະ​ໂມ​ສ​ອນກ​ະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ (DAA ຫວຽດ​ນາມ), ຫົວ​ໜ່ວຍ​ຂຶ້ນ​ກັບ​ສູນ​ກາງ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ ຫວຽດ​ນາມ ຈັດ​ຕັ້ງ. ເມື່ອ​ໂອ້​ລົມ​ສົນ​ທ​ະນາ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຢັ້ງ​ຢືນ​ວ່າ: ກະ​ສິ​ກຳ​ແມ່ນ​ທ່າ​ແຮງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຊີ້​ແຈ້ງວ່າ: ບັນ​ດາ​ການ​ກຳ​ນົດ​ທິດ​ໃຫຍ່​ຂອງ​ພັກ ແລະ ລັດ ເພື່ອ​ພັດ​ທະ​ນາ​ກຳ​ລັງ​ວິ​ສາ​ຫະ​ກິດ​ກະ​ສິ​ກຳ​ກໍ່​ຄື​ຕອບ​​ຄຳ​ຖາມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເພື່ອ​ຊຸກ​ຍູ້​​ການໝູນ​ໃຊ້​ອຸດ​ສາ​ຫະ​ກຳ​ໃນ​ກະ​ສິ​ກຳ.

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ຫວຽດ​ນາມ ຄວນສ້າງ​ຕັ້ງ​ບັນ​ດາ​ຮົ້ວ​ເຕັກ​ນິກ​ໃຫ້​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ອົງ​ການ​ການ​ຄ້າ​ໂລກ (WTO) ແລະ ບັນ​ດາ​ສັນ​ຍາ​ອື່ນໆ ເຊິ່ງ ຫວຽດ​ນາມ ເຂົ້າ​ຮ່ວມ​ເພື່ອ​ຮັບ​ປະ​ກັນ​ການ​ປົກ​ປ້ອງ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ. ພ້ອມ​ກັນ​ນັ້ນ, ແມ່ນ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ບັນ​ດາ​​ເຄື່ອງ​ອຸ​ປະ​ກອນ​ຮັບ​ໃຊ້​ກະ​ສິ​ກຳ, ມີ​ມາດ​ຕະ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ, ສະ​ຫະ​ກອນ, ສົ່ງ​ເສີມ​ບັນ​ດາ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ສ່ວນ​ຕົວ​ໃນ​ຂົງ​ເຂດ​ຊົນ​ນະ​ບົດ​ຫັນ​​ໄປ​ສູ່ການ​ເຄື່ອນ​ໄຫວ​ຕ​າມ​ຮູບ​ແບບ​ວິ​ສາ​ຫະ​ກິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້ແບ່ງ​ປັນ​ກັບ: ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ວິ​ໄສ​ທັດ ແລະ ແງ່​ຫວັງ​ກໍ່​ສ້າງ​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ ​ໃຫ້ທັນ​ສະ​ໄໝ, ຫຼາຍ​ບົດ​ບາດ, ມີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ກັບ​ສາ​ກົນ​ໄດ້.


ຂ່າວ/ບົດ​ອື່ນ