ກໍ່ສ້າງສູນເຂດຮ້ອນ ຫວຽດນາມ - ລັດເຊຍ ກາຍເປັນສູນຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີບັນລຸລະດັບພາກພື້ນ ແລະ ໂລກ

(VOVWORLD) -ເຂົ້າຮ່ວມພິທີສະເຫຼີມສະຫຼອງຍັງມີທ່ານເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Konsstantin Vnukov ພ້ອມດ້ວຍບັນດາຜູ້ແທນຂອງກະຊວງ, ຄະນະ, ຂະແໜງການສູນກາງ.
ກໍ່ສ້າງສູນເຂດຮ້ອນ ຫວຽດນາມ - ລັດເຊຍ ກາຍເປັນສູນຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີບັນລຸລະດັບພາກພື້ນ ແລະ ໂລກ - ảnh 1 ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສູນເຂດຮ້ອນ ຫວຽດນາມ - ລັດເຊຍ

“ກໍ່ສ້າງສູນເຂດຮ້ອນ ຫວຽດນາມ - ລັດເຊຍ ກາຍເປັນສູນຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີບັນລຸລະດັບພາກພື້ນ ແລະ ໂລກ” ນີ້ແມ່ນຄຳຊີ້ນຳຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເມື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສູນເຂດຮ້ອນ ຫວຽດນາມ - ລັດເຊຍ ເຊິ່ງຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 07 ມີນາ ຢູ່ ຮ່າໂນ້ຍ. ເຂົ້າຮ່ວມພິທີສະເຫຼີມສະຫຼອງຍັງມີທ່ານເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ ປະຈຳ ຫວຽດນາມ Konsstantin Vnukov ພ້ອມດ້ວຍບັນດາຜູ້ແທນຂອງກະຊວງ, ຄະນະ, ຂະແໜງການສູນກາງ.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງສູນເຂດຮ້ອນ ຫວຽດນາມ - ລັດເຊຍ ໄດ້ຢັ້ງຢືນທີ່ຕັ້ງ, ບົດບາດເປັນຮາກຖານຄົ້ນຄວ້າວິທະຍາສາດ - ເຕັກໂນໂລຢີຫລາຍຂະແໜງກ່ຽວກັບເຂດຮ້ອນສຳຄັນຢູ່ ຫວຽດນາມ ແລະ ສະຫະພັນ ລັດເຊຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວິທະຍາສາດ - ເຕັກໂນໂລຢີ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ແຕ່ລະປະເທດ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ: ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ຄວນສືບຕໍ່ເສີມຂະຫຍາຍກຳລັງພາຍໃນ, ເປີດກ້ວາງການຮ່ວມມື, ຍົກສູງການເຄື່ອນໄຫວວິທະຍາສາດ - ເຕັກໂນໂລຢີຢ່າງມີປະສິດທິຜົນ, ຮັບໃຊ້ໜ້າທີ່ການທະຫານ, ການປ້ອງກັນຊາດ ແລະ ການພັດທະນາເສດຖະກິດ - ສັງຄົມຂອງທັງ 2 ປະເທດຢ່າງແທດຈິງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະແດງຄວາມເຊື່ອໝັ້ນວ່າ ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ຈະສືບຕໍ່ບັນລຸໄດ້ບັນດາໝາກຜົນ, ຜົນງານທີ່ຍິ່ງໃຫຍ່, ສົມເປັນສູນຄົ້ນຄວ້າວິທະຍາສາດເຕັກໂນໂລຢີແຖວໜ້າຂອງ ຫວຽດນາມ ແລະ ສະຫະພັນ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ