(vovworld) - ກຳມາທິການກົດໝາຍ ຂອງສະພາແຫ່ງຊາດ ໄດ້ຈັດກອງປະຊຸມໃນຕອນເຊົ້າວັນທີ 19/8 ຢູ່ຮ່າໂນ້ຍ, ກ່ຽວກັບການກໍ່ສ້າງແຜນຮ່າງ “ຂັ້ນຕອນ, ລະບຽບການ, ວິທີການປະຕິບັດເການຮັບເອົາບັດໄວ້ວາງໃຈຕໍ່ຜູ້ທີ່ຮັກສາຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ອະນຸມັດຜ່ານ”. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung ໄດ້ເນັ້ນໜັກວ່າ: ການກໍ່ສ້າງແຜນຮ່າງ ຂັ້ນຕອນ, ລະບຽບການ, ວິທີການປະຕິບັດການຮັບເອົາບັດໄວ້ວາງໃຈຕໍ່ຜູ້ທີ່ຮັກສາແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ອະນຸມັດຜ່ານແມ່ນຈຳເປັນທີ່ສຸດ, ເພື່ອແນໃສ່ຜັນຂະຫຍາຍການປະຕິບັດມະຕິສູງກາງພັກຄັ້ງທີ 4 “ບາງບັນຫາອັນຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ”; ພ້ອມກັນນັ້ນ, ເປັນເສນາທິການຊ່ວຍໃຫ້ສະພາແຫ່ງຊາດ. ສະພາປະຊາຊົນຊອກຫາບັນດາມາດຕະການແກ້ໄຂບັນດາຂໍ້ຈຳກັດໃນວິວັດການປ່ອນບັດໄວ້ວາງໃຈ, ປະກອບສ່ວນປະຕິບັດຂ້ໍກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການປ່ອນບັດໄວ້ວາງໃຈຕໍ່ຜູ້ຮັກສາຕຳແໜ່ງໂດຍສະພາແຫ່ງ, ສະພາປະຊາຊົນເລືອກຕັ້ງ ຫຼື ອະນຸມັດຜ່ານ. ຜ່ານນັ້ນ, ເພື່ອທະວີໜ້າທີ່ຮັບຜິດຊອບຂອງເຂົາເຈົ້າຕໍ່ສະພາແຫ່ງຊາດ, ສະພາປະຊາຊົນເວົ້າສະເພາະ ແລະ ປະຊາຊົນທົ່ວປະເທດເວົ້າລວມ.