(ພາບປະກອບ)
(vovworld) – ວັນທີ 11/11 ບັນດາສະມາຊິກຂອງກອງຊອກຫາ ແລະ ກູ້ໄພກູ້ຊີບຂອງ ລັດເຊຍ ໄດ້ອອກຈາກ ອີຢິບ ກັບເມື່ອປະເທດ, ພາຍຫລັງຜັນຂະຫຍາຍການເຄື່ອນໄຫວກູ້ໄພກູ້ຊີບທີ່ກ່ຽວຂ້ອງເຖິງອຸປະຕິເຫດເຮືອບິນ ລັດເຊຍ ຕົກ ຢູ່ ແຫຼມເກາະ Sinai ໃນວັນທີ 31/10 ຜ່ານມາ. ກອງຊອກຫາ ແລະ ກູ້ໄພກູ້ຊີບລວມມີສະມາຊິກ 48 ຄົນ ໄດ້ອອກຈາກນະຄອນຫລວງ Cairo ພາຍຫລັງທີ່ໄດ້ກວດກາບັນດາຊາກສົບ ແລະ ດຳເນີນການພິສູດເອກະລັກບຸກຄົນຢູ່ສະຖານທີ່ເກີດເຫດໃນເຂດ Hassana ທີ່ຫ່າງຈາກນະຄອນ el - Arish ຂອງ Sinai ໄປທາງທິດໃຕ້ ປະມານ 70 ກມ. ເຖິງຢ່າງໃດກໍ່ຕາມ, ບັນດານັກສືບສວນຊາວ ລັດເຊຍ ໃນຄະນະກຳມະການສືບສວນເຫດເຮືອບິນຕົກດັ່ງກ່າວ ຍັງຄົງຢູ່ ອີຢິບ ຕື່ມອີກເພື່ອສືບຕໍ່ຊອກຫາສາຍເຫດພາໃຫ້ເຮືອບິນຕົກ.