ກອງທັບ ຊີຣີ ຍູ້ຖອຍ IS ຢູ່ເຂດໃກ້ກັບຊາຍແດນ ອີຣັກ

(VOVWORLD) - ວັນທີ 24 ສິງຫາ, ກອງທັບ ຊີຣີ ແລະ ບັນດາມືປືນ ໂດຍ ອີຣານ ໜູນຫລັງ ໄດ້ຍູ້ຖອຍການບຸກໂຈມຕີຂອງອົງການລັດອິດສະລາມ (IS) ຢູ່ບັນດາທີ່ຕັ້ງການທະຫານໃກ້ກັບຊາຍແດນ ຊີຣີ - ອີຣັກ.
ກອງທັບ ຊີຣີ ຍູ້ຖອຍ IS ຢູ່ເຂດໃກ້ກັບຊາຍແດນ ອີຣັກ - ảnh 1ກອງທັບ ຊີຣີ ຍູ້ຖອຍ IS ຢູ່ເຂດໃກ້ກັບຊາຍແດນ ອີຣັກ (ພາບປະກອບ) 

IS ໄດ້ຂົນຂວາຍລະດົມການບຸກໂຈມຕີຢູ່ຖານທີ່ໝັ້ນການທະຫານໃກ້ກັບເຂດ Sad al – Waer ທະເລຊາຍຕິດກັບຊາຍແດນ ຊີຣີ - ອີຣັກ  ດ້ວຍມີບັນດາມືປືນ ແລະ ພາຫະນະການທະຫານຈຳນວນຫລວງຫລາຍ. ເຖິງຢ່າງໃດກໍ່ຕາມ, ການບຸກໂຈມຕີຖືກຕອບໂຕ້ດ້ວຍກຳລັງໄຟແຮງ, ເຮັດໃຫ້ບັນດາມືປືນຕ້ອງຖອນກຳລັງຢ່າງໄວວາ ພາຍຫລັງທີ່ຖືກເສຍຫາຍຢ່າງໜັກໜ່ວງ.

ການບຸກໂຈມຕີດຳເນີນໄປໃນສະພາວະກອງທັບ ຊີຣີ ແລະ ບັນດາມືປືນມຸດສະລິມນິກາຍ Shiite ບັນລຸໄດ້ບາດກ້າວພໍສົມຄວນໃນຄວາມມານະພະຍາຍາມຍູ້ຖອຍ IS ຢູ່ທະເລຊາຍ ຊີຣີ ທີ່ຂຶ້ນກັບເຂດຊົນນະບົດຫ່າງໄກຊອກຫລີກທາງທິດຕາເວັນອອກແຂວງ Homs.

ຕອບກັບ

ຂ່າວ/ບົດ​ອື່ນ