ກອງທັບ - ປະຊາຊົນ ສະເຫຼີມສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ຢູ່ນະຄອນເກິນເທີ: ປັບປຸງນ້ຳໃຈຄວາມສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ
(VOVWORLD) -ລາຍການ “ກອງທັບ - ປະຊາຊົນ ນະຄອນ ເກີ່ນເທີ ສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ປີ 2021” ຖືກດຳເນີນໃນຕອນຄ່ຳວັນທີ 10 ເມສາ, ຢູ່ສະຖາບັນສົງ ຫິນະຍານ ຂະແມ, ເມືອງ ໂອມົນ, ນະຄອນ ເກີນເທີ ເພື່ອສະຫຼອງບຸນປີໃໝ່ ຈອນຈານຳເທີໄມ, ເຊິ່ງເປັນບຸນປີໃໝ່ປະເພນີຂອງຊາວ ຂະແມ.
ທ່ານເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ (ພາບ: VOV)
|
ກ່າວຄຳເຫັນຢູ່ລາຍການດັ່ງກ່າວ, ທ່ານເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາສູງເລື່ອງນະຄອນ ເກີນເທີ ຈັດຕັ້ງລາຍການທີ່ແທດຈິງ ແລະ ເຕັມໄປດ້ວຍສີສັນວັດທະນະທຳຂອງຊາວເຜົ່າຂະແມ. ພ້ອມກັນນັ້ນ, ອວຍພອນແດ່ພະມະຫາອາຈານ, ພະສັງຄະນາຍົກ, ພະອາຈານ, ພະສົງສຳມະເນນ, ພະນັກງານພາລະກອນ, ນັກຮົບ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ຕ້ອນຮັບບຸນປີໃໝ່ ຈອນຈານຳເທີໄມ ປີ 2021 ຢ່າງສະຫງົບສຸກ ແລະ ອົບອຸ່ນ.
ລາຍການ “ກອງທັບ - ປະຊາຊົນ ນະຄອນ ເກີ່ນເທີ ສະຫຼອງບຸນປີໃໝ່ ຈອນຈານຳເທີໄມ ປີ 2021” ມີກິດຈະກຳທີ່ມີຄວາມໝາຍຫຼາຍຢ່າງ ເປັນຕົ້ນແມ່ນ: ຕິດຕັ້ງລະບົບດອກໄຟຢູ່ຖະໜົນເຂດຊົນນະບົດ; ກໍ່ສ້າງເຮືອນແຫ່ງມະຫາສາມັກຄີ, ລາຍການນ້ຳໃຈເພື່ອນມິດສະຫາຍ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ມອບທຶນການສຶກສາໃຫ້ແກ່ນັກຮຽນທຸກຍາກທີ່ມັກຮ່ຳຮຽນ. ບັນດາການເຄື່ອນໄຫວເຫຼົ່ານັ້ນ ໄດ້ຊ່ວຍປັບປຸງ, ຮັດແໜ້ນສາຍພົວພັນສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.