ກອງທັບອິນເດຍ, ຈີນ ດຳເນີນເຈລະຈາຂັ້ນສູງກ່ຽວກັບບັນຫາຊາຍແດນ

(VOVWORLD) -ຄະນະຜູ້ແທນອິນເດຍ ເຂົ້າຮ່ວມການເຈລະຈາ ໄດ້ຮຽກຮ້ອງຟື້ນຟູສະພາບເດີມຢູ່ບັນດາເຂດມີຄວາມສະດຸ້ງໄວ້ຢູ່ລຽບຕາມເສັ້ນຊາຍແດນຄວບຄຸມໃນພື້ນທີ່ຕົວຈິງ

ກອງທັບອິນເດຍ, ຈີນ ດຳເນີນເຈລະຈາຂັ້ນສູງກ່ຽວກັບບັນຫາຊາຍແດນ - ảnh 1ອິນເດຍ ຮຽກຮ້ອງຟື້ນຟູສະພາບເດີມຢູ່ບັນດາເຂດມີຄວາມສະດຸ້ງໄວ້ 

(ພາບ: ANI/VOV)

ສື່ມວນຊົນອິນເດຍ ໃຫ້ຂ່າວວ່າ, ວັນທີ 06 ມິຖຸນາ, ກອງທັບອິນເດຍ ແລະ ຈີນ ໄດ້ດຳເນີນການເຈລະຈາຂັ້ນສູງດ້ວຍວິທີສຳພັດ “ຕັ້ງໜ້າ”, ໂດຍໄດ້ຊີ້ໃຫ້ເຫັນວ່າ 2 ຝ່າຍມີແນວຄິດຢຸດຕິສະພາບປະເຊີນໜ້າຢ່າງຂ້ຽວຂາດທີ່ແກ່ຍາວເປັນເວລາກວ່າ 1 ເດືອນຜ່ານມາຢູ່ເຂດພູທາງທິດຕາເວັນອອກ Ladakh ຜ່ານການເຈລະຈາສັນຕິພາບ. ຄະນະຜູ້ແທນອິນເດຍ ເຂົ້າຮ່ວມການເຈລະຈາໄດ້ຮຽກຮ້ອງຟື້ນຟູສະພາບເດີມຢູ່ບັນດາເຂດມີຄວາມສະດຸ້ງໄວ້ຢູ່ລຽບຕາມເສັ້ນຊາຍແດນຄວບຄຸມໃນພື້ນທີ່ຕົວຈິງ (LAC), ກໍຄືສະເໜີໃຫ້ຝ່າຍຈີນ ຖອນທະຫານເພີ່ມອອກຈາກເຂດນີ້. ກອງທັບ ແລະ ກະຊວງການຕ່າງປະເທດອິນເດຍ ບໍ່ສະໜອງຂໍ້ມູນລາຍລະອຽດກ່ຽວກັບການເຈລະຈາດັ່ງກ່າວ. ໂຄສົກທະຫານບົກອິນເດຍ ພຽງແຕ່ໃສ່ໃຈວ່າ “ບັນດາເຈົ້າໜ້າທີ່ອິນເດຍ ແລະ ຈີນ ສືບຕໍ່ແຊກແຊງຜ່ານບັນດາຊ່ອງທະຫານ ແລະ ການທູດທີ່ມີຢູ່ແລ້ວ ເພື່ອແກ້ໄຂສະພາບການໃນປະຈຸບັນຢູ່ເຂດຊາຍແດນລະຫວ່າງອິນເດຍ-ຈີນ”.

ຕອບກັບ

ຂ່າວ/ບົດ​ອື່ນ