ກອງທັບໄທພົບເຫັນອາວຸດແລະລູກລະເບີດທີ່ຂົນສົ່ງເຂົ້າບາງກອກ
ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານ ຢູ່ບາງກອກ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)
(vovworld) – ກອງທັບ ໄທ ພົບເຫັນອາວຸດ ແລະ ລູກລະເບີດຂົນສົ່ງເຂົ້າບາງກອກ, ຈຳນວນອາວຸດດັ່ງກ່າວໄດ້ພົບເຫັນໃນສະພາບທີ່ການເຄື່ອນໄຫວແຫ່ຂະບວນປະທ້ວງຂອງຝ່າຍຕ້ານລັດຖະບານມີທ່າອ່ຽງໃຊ້ຄວາມຮຸນແຮງ. ໂຄສົກຂອງທະຫານບົກ ໄທ ຢືນຢັນວ່າ: ພັກຝ່າຍໜຶ່ງມີເຈດຕະນາບໍ່ດີພວມລະດົມອາວຸດ ແລະ ລູກລະເບີດເພື່ອກະກຽມບຸກໂຈມຕີຄູ່ຕໍ່ສູ້. ກ່ອນໜ້ານັ້ນ, ລັດຖະບານຊົ່ວຄາວ ໄທ ໄດ້ປະກາດລັດຖະບັນຍັດສະພາວະສຸກເສີນໃນຮອບເວລາ 60 ວັນເລີ່ມແຕ່ວັນທີ 22/1 ຢູ່ບາງກອກ ແລະ ບັນດາແຂວງອ້ອມຂ້າງ.
ໃນສະພາບການກ່ຽວຂ້ອງ, ວັນທີ 22/1, ບັນດາຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄດ້ບຸກໂຈມຕີສຳໜັກງານຕຳຫຼວດແຫ່ງຊາດພາຍຫຼັງລັດຖະບານ ໄທ ນຳໃຊ້ຄຳສັ່ງສະພາວະສຸກເສີນ ແລະ ມອບໜ້າທີ່ແກ້ໄຂສະພາບການໃຫ້ກຳລັງຕຳຫຼວດ.
ກ່ອນໜ້ານັ້ນ, ມີຜູ້ແຫ່ຂະບວນປະທ້ວງນັບຮ້ອຍຄົນ ໄດ້ຈັດຕັ້ງການປິດລ້ອມຫ້ອງວ່າການເລຂາທິການຜູ້ປະຈຳການກະຊວງປ້ອງກັນປະເທດ ແລະ ຮຽກຮ້ອງໃຫ້ບັນດາພົນທະຫານຢຸດຕິການຮັບໃຊ້ໃຫ້ອັນທີ່ເຂົາເຈົ້າເອີ້ນວ່າ “ລະບອບ ທັກສິນ”.