ກອງປະຊຸມ CEO Summit ສິ້ນສຸດ ແລະ ມອບໂອນບົດບາດປະທານ CEO Summit ໃຫ້ Papua Niu Guinea
(VOVWORLD) -ວັນທີ 10 ພະຈິກ, ກອງປະຊຸມສຸດຍອດວິສາຫະກິດ APEC 2017 (CEO Summit) ໄດ້ສິ້ນສຸດລົງ ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ດ້ວຍວາລະປະຊຸມ 15 ຄັ້ງ.
ກອງປະຊຸມ CEO Summit ສິ້ນສຸດ ແລະ ມອບໂອນບົດບາດປະທານ CEO Summit
ໃຫ້ Papua Niu Guinea
(ພາບ: TTXVN)
|
ກອງປະຊຸມໄດ້ສຸມໃສ່ປຶກສາຫາລືບັນດາທ່າອ່ຽງໃໝ່ຂອງໂລກາພິວັດ; ການປະຕິວັດວິທະຍາສາດເຕັກເຕັກໂນໂລຊີ; ເຊື່ອມຕໍ່ວິສາຫະກິດ; ເສີມຂະຫຍາຍຄວາມຂະຫຍັນຂັນເຄື່ອນ, ການມີຫົວຄິດປະດິດສ້າງຂອງປະຊາຄົມວິສາຫະກິດ; ຍູ້ແຮງການຮ່ວມມືພັດທະນາເສດຖະກິດ ແລະ ຫັນບັນດາຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ການລົງທຶນໂດຍ APEC ນຳມາໃຫ້ປະກົດຜົນເປັນຈິງ.
ກອງປະຊຸມໄດ້ເປັນຂີດໝາຍຜົນສຳເລັດໂດຍຫວຽດນາມ ຈັດຕັ້ງ. ທ່ານ ຫວູຕ໋ຽນລົກ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ປະທານກອງປະຊຸມສຸດຍອດວິສາຫະກິດ APEC 2017 ໄດ້ມອບໂອນບົດບາດປະທານ CEO Summit ໃຫ້ Papua Niu Guinea ຢ່າງເປັນທາງການ.