ກອງປະຊຸມ “ການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດ ຫວຽດນາມ-ລາວ“

ກອງປະຊຸມ “ການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດ ຫວຽດນາມ-ລາວ“ - ảnh 1
(ພາບ:daibieunhandan.vn)

( vovworld ) –  ​ຕອນ​​ເຊົ້າ​ວັນ​ທີ 23/4, ຢູ່​ແຂວງ Son La ຊື່​ງ​ແມ່ນ​ແຂວງ​ເຂດ​ພູດ​ອຍທາງ​ພາກ​ເໜືອ​ຫວຽດນາມ, ​ໄດ້​ໄຂ​ກອງ​ປະຊຸມ​ລະດັບ​ຊາດ​ທີ່​ມີ​ຫົວ​ຂໍ້​ວ່າ: “ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-ລາວ, ສາມັກຄີ-​ມິດຕະພາບ“. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ພ້ອມ​ດ້ວຍ​ຜູ້​ແທນ 600 ທ່ານ ຕາງໜ້າ​ໃຫ້ການ​ນຳສອງພັກ, ສອງ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ແຂວງ​ທີ່​ມີ​ເສັ້ນຊາຍ​ແດນ​ຮ່ວມລະຫວ່າງ​ສອງ​ປະ​ເທດ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ.

   ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເນັ້ນໜັກ​ວ່າ: ກອງ​ປະຊຸມ​ແມ່ນ​ຈຸດ​ເນັ້ນ​ໜັກກ່ຽວ​ກັບການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-ລາວ ​ໃນ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບຫວຽດນາມ-ລາວ 2012“. ທ່ານ Nguyen Sinh Hung ​ເວົ້າວ່າ:  “ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາທົບ​ທວນຄືນ ​ແລະ ​ເຮັດ​ໃຫ້​ນ້ຳໃຈ​ມິດຕະພາບ ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ-ລາວ ​ເລິກ​ເຊີ່ງ​ຂຶ້ນ​ຕື່ມ, ພ້ອມ​ກັນນັ້ນກໍ່​ພ້ອມ​ກັນ​ແລກປ່ຽນ​ທິດ​ທາງ, ມາດ​ຕະການ​ຊຸກ​ຍູ້​ການ​ພັດທະນາ​ການພົວພັນ​ຮ່ວມ​ມື​ລະຫວ່າງ​ສອງສະພາ​ແຫ່ງ​ຊາດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ການ​ມີໜ້າ​ຂອງ​ບັນດາ​ຜູ້​ແທນ​ຂັ້ນສູນກາງ, ຂັ້ນ​ແຂວງ ​ແລະ ນະຄອນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ​ທີ່​ກອງ​ປະຊຸມ​ແຫ່ງ​ປະຫວັດສາດ​ນີ້ ​ໄດ້​ພິສູດ​ໃຫ້​ເຫັນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຢ່າງ​ມີ​ຊີວິດ​ຊີວາ ​ແລະ ​ເຈດ​ຈຳນົງ​ຕັດສິນ​ໃຈ ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ຫວຽດນາມ-ລາວ“

   ສ່ວນທ່ານ​ນາງ​ ປານີ ຢາ​ທໍ່​ຕູ້ , ກຳມະການ​ກົມ​ການ​ເມືອງ, ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ເນັ້ນໜັກ​ວ່າ ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຕະຫຼອດ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ ​ໄດ້​ກາຍ​ເປັນ​ມໍລະດົກ​ອັນ​ລ້ຳຄ່າຂອງ​ສອງ​ຊາດ. ທ່ານ​ນາງ​ ປານີ ຢາ​ທໍ່​ຕູ້ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ທີ່​ສຳຄັນ​ຂອງ​ ຫວຽດນາມ ຕໍ່​ພາລະກິດ​ປົດ​ປ່ອຍ ​ແລະ ສ້າງສາ​ປະ​ເທດ​ລາວ: “​ໃນ​ທຸກໆ​ໄຊຊະນະຂອງ​ການ​ປະຕິວັດ​ລາວ ລ້ວນ​ແຕ່​ໄດ້​ຕິດ​ພັນ​ກັບ​ການ​ຊ່ວຍ​ເຫຼືອ, ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງ​, ການ​​ເສຍສະ​ຫຼະອັນ​ໃຫ່ຍຫຼວງຂອງປະຊາຊົນ ຫວຽດນາມ ອ້າຍ​ນ້ອງ. ​ເລື່ອງ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນິ້ຢູ່ ຫວຽດນາມ ​ແມ່ນ​ໂອກາດ​ເພື່ອໃຫ້​ພວກ​ຂ້າພະ​ເຈົ້າ​ເຫັນ​​ໄດ້ບັນດາ​ຜົນງານ​ຂອງ ຫວຽດນາມ ​ເວົ້າລວມ ​ແລະ ຂອງ​ບັນດາ​ແຂວງ​ເຂດ​ຊາຍ​ແດນ​ເວົ້າສະ​ເພາະ. ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ພ້ອມ​ກັບ ຫວຽດນາມ ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ, ຮັກສາ​ສາຍ​ພົວພັນ​ທີ່​ຍິ່ງ​ໃຫ່ຍ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທ​ດ.

 

ຂ່າວ/ບົດ​ອື່ນ