ກອງປະຊຸມ “ປ່ຽນໃໝ່ ແລະ ສ້າງລະບົບການເມືອງຢູ່ຫວຽດນາມໃຫ້ສົມບູບແບບ”
(ພາບປະກອບ)
(vovworld) - ວັນທີ 31/01, ຢູ່ຮ່າໂນ້ຍ, ສະຖາບັນການເມືອງ - ການປົກຄອງແຫ່ງຊາດໂຮ່ຈິມິນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດວ່າດ້ວຍຫົວຂໍ້ “ປ່ຽນໃໝ່ ແລະ ສ້າງລະບົບການເມືອງຢູ່ຫວຽດນາມໃຫ້ສົມບູບແບບ” ເພື່ອແນໃສ່ສະໜອງບັນດາຂໍ້ມູນວິທະຍາສາດ ແລະ ສະພາບຕົວຈິງຮັບໃຊ້ການສ້າງເອກະສານກອງປະຊຸມສູນກາງຊຸດທີ 11. ປະຈຸບັນລະບົບການເມືອງຂອງຫວຽດນາມ ພວມເຄື່ອນໄຫວຕາມຫຼັກການລະດົມທຸກພາກສ່ວນ, ກຳລັງແຫ່ງຊາດ ເພື່ອແນໃສ່ປະຕິບັດຈຸດໝາຍການເມືອງຂອງທົ່ວປວງຊົນ, ໃນນັ້ນມີພັກກອມມູນິດຫວຽດນາມ ເປັນແກ່ນສານດ້ານການເມືອງ, ລັດແມ່ນເສົາຄ້ຳຂອງລະບົບ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສັງຄົມແມ່ນອົງການສຳພັນທະມິດການເມືອງ - ສັງຄົມ.
ມີບົດປະກອບຄຳເຫັນເກືອນ 40 ບົດໄດ້ສະເໜີ ແລະ ສົ່ງເຖິງກອງປະຊຸມສຳມະນາ ເພື່ອຊີ້ແຈ້ງທັດສະນະເປັນພື້ນຖານກ່ຽວກັບລະບົບການເມືອງ ແລະ ປ່ຽນໃໝ່ລະບົບການເມືອງຢູ່ຫວຽດນາມ; ຕີລາຄາບັນດາຜົນງານ ແລະ ດ້ານຕ່າງໆຖືກຈຳກັດໃນການເຄື່ອນໄຫວຂອງລະບົບການເມືອງຢູ່ຫວຽດນາມ ໃນວິວັດແຫ່ງການປ່ຽນໃໝ່. ເພື່ອປ່ຽນໃໝ່ ແລະສ້າງລະບົບການເມືອງຢູ່ຫວຽດນາມ ໃຫ້ສົມບູບແບບ, ບັນດາຜູ້ແທນໄດ້ສະເໜີມາດຕະການຕ່າງໆຄື: ປ່ຽນໃໝ່ທິດທາງການນພາຂອງຳພັກທີ່ມີຕໍ່ລັດ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ, ສັງຄົມ; ສ້າງກົນໄກຕິດຕາມກວດກາຂອງປະຊາຊນທີ່ມີຕໍ່ສິດອຳນາດແຫ່ງລັດ, ປ່ຽນໃໝ່, ເພີ່ມທະວີສິດຕິດຕາມສິດອຳນາດແຫ່ງລັດ; ຍົກສູງບົດບາດສັງເກດຕີລາຄາທາງສັງຄົມຂອງແນວໂຮມປະເທດຊາດ; ຍູ້ແຮງການປະຕິຮູບດ້ານບໍລິຫານ, ຫຼຸດຜ່ອນພະນັກງານ, ບັນຈຸ.