(vovworld) – ແຕ່ວັນທີ 18 – 21/6/2013, ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ຕ້ານອາດຊະຍາກຳຂ້າມຊາດ (SOMTC) ຄັ້ງທີ 13 ຖືກຈັດຂຶ້ນຢູ່ນະຄອນ ດ່າໜັງ. SOMTC 13 ດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກ ອາຊຽນ, ຄະນະເລຂາ ອາຊຽນ, ບັນດາປະເທດຄູ່ເຈລະຈາເຊິ່ງລວມມີ: ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ລັດເຊຍ, ອົດສະຕາລີ, ນິວຢີແລນ, ສະຫະພາບເອີລົບ, ອາເມລິກາ, ບັນດາອົງການສາກົນ UNODC ແລະ ARTP, ກອງປະຊຸມໄດ້ສຸມໃສ່ເນື້ອໃນຕ້ານກໍ່ການຮ້າຍ, ການຄ້າມະນູດ. ນອກຈາກບັນດາກອງປະຊຸມຮ່ວມ, ກອງປະຊຸມຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ຈະປຶກສາຫາລືບັນດາບົດຮຽນ, ມາດຕະການຕ້ານອາດຊະຍາກຳຢູ່ແຕ່ລະປະເທດສະມາຊິກ ແລະ ເພີ່ມທະວີການຮ່ວມມື ອາຊຽນ ຕ້ານອາດຊະຍາກຳຂ້າມຊາດ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດອາຊຽນ ໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ. ໃນໄລຍະເວລາດຳເນີນກອງປະຊຸມ, ຍັງດຳເນີນບັນດາການທາບທາມຄວາມເຫັນ, ກອງປະຊຸມກັບບັນດາປະເທດຄູ່ເຈລະຈາເພື່ອແນໃສ່ເພີ່ມທະວີຄວາມຕັດສິນໃຈດ້ານການເມືອງ, ຮ່ວມມືໃນອາຊຽນ ແລ ບນດາປະເທດຄູ່ເຈລະຈາໃນການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ, ກຳນົດບັນດາມາດຕະການລະອຽດເພື່ອແນໃສ່ປະຕິບັດບັນດາຖະແຫຼງການຮ່ວມ ອາຊຽນ ແລະ ບັນດາປະເທດຄູ່ເຈລະຈາໃນການຕໍ່ສູ້ຕ້ານອາດຊະຍາກຳຂ້າມຊາດ.