ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:hanoimoi.com
|
(vovworld)- ກອງປະຊຸມຂັ້ນສູງ ASEM ກ່ຽວກັບການປ້ອງກັນ,ຕ້ານ ແລະ ກູ້ຊ່ວຍໄພທຳມະຊາດ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 18/11 ຢູ່ ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມ ມີຜູ້ແທນ 120 ທ່ານ ຊື່ງແມ່ນເອກອັກຄະລັດຖະທູດ, ເຈົ້າຫນ້າທີ່ຂັ້ນສູງຂອງບັນດາສະມາຊິກເວທີປາໄສຮ່ວມມື ອາຊີ - ເອີລົບ, ຜູ້ຕາງຫນ້າ ສປຊ, ບັນດາອົງການສາກົນ ແລະ ນັກອຸປະຖຳຢູ່ ຫວຽດນາມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ໄພພິບັດທຳມະຊາດພວມກີດຂວາງຄວາມມານະພະຍາຍາມຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ການຟື້ນຕົວ ແລະ ພັດທະນາເສດຖະກິດສັງຄົມແບບຍືນຍົງຂອງແຕ່ລະປະເທດກໍຄືຮ່ວມສຳພັນເສດຖະກິດສາກົນ. ຊື່ງແມ່ນປະເທດກະສິກຳ ເຄີຍຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ໄພທຳມະຊາດ, ຍາມໃດລັດຖະບານຫວຽດນາມ ກໍຖືເປັນສຳຄັນ ແລະ ໝັ້ນໝາຍຮ່ວມມືກັບສາກົນໃນການປ້ອງກັນ,ຕ້ານ ແລະ ຫລຸດຜ່ອນໄພທຳມະຊາດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ສະເຫນີວ່າ: ກອງປະຊຸມສຸມໃສ່ແບ່ງປັນບົດຮຽນຈາກພຶດຕິກຳຕົວຈິງກ່ຽວກັບການຫລຸດຜ່ອນໄພທຳມະຊາດ.
“ບົດຮຽນຈາກພຶດຕິກຳຕົວຈິງໃຫ້ເຫັນວ່າ ເຖິງວ່າ ພວກເຮົາບໍ່ທັນມີກຳລັງແຮງຢ່າງພຽງພໍເພື່ອຕ້ານການຜັນແປ່ທີ່ຜິດປົກກະຕິຂອງທຳມະຊາດ, ແຕ່ພວກເຮົາສົມທົບນະໂຍບາຍຮ່ວມມື ແລະ ຫນູນຊວ່ຍເຊິ່ງກັນ ແລະກັນຢ່າງທັນການ, ພວກເຮົາສາມາດຫລຸດຜ່ອນບັນດາຄວາມເສຍຫາຍກ່ຽວກັບຊີວິດອີນຊີ ແລະ ຊັບສິນສ່ວນຫນຶ່ງໄດ້.”