ກອງປະຊຸມກ່ຽວກັບການຍົກສູງການຮ່ວມມືດ້ານກະສິກຳຫວຽດນາມໃນໄລຍະໃໝ່

ກອງປະຊຸມກ່ຽວກັບການຍົກສູງການຮ່ວມມືດ້ານກະສິກຳຫວຽດນາມໃນໄລຍະໃໝ່ - ảnh 1
(ກອງປະຊຸມກ່ຽວກັບການຍົກສູງ
ການຮ່ວມມືດ້ານກະສິກຳຫວຽດນາມໃນໄລຍະໃໝ່)


(vovworld) - ​ ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ສາ​ກົນ “ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ ໃນ​ໄລ​ຍະ​ໃໝ່​ແຫ່ງ​ການ​ເຊື່ອມ​ໂຍງ​ເຂ​ົ້າ​ກັບ​ສາ​ກົນ”, ຖືກ​ດຳ​ເນີນ​ໃນ​ວັນ​ທີ 17/12, ຢູ່​ຮ່າ​ໂນ້​ຍ, ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໂອ​ກາດ ແລະ ​ການ​ທ້າ​ທາຍ​ໃນ​ການ​ຊຸກ​ຍູ້​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ, ພິ​ເສດ​ເມື່ອ​ຫວຽດ​ນ​າມ ເຂົ້າ​​ເປັນ​ສະ​ມາ​ຊິກ​ສົນ​ທິ​ສັນ​ຍາ​ຂ້າມ​ປາ​ຊີ​ຟິກ (TPP). ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທງ​ເຊີນ ຢືນ​ຢັນ​ວ່າ, ຂະ​ແໜງ​ກະ​ສິ​ກຳ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ບັນ​ດາ​ຜົນ​ງານ​ໃນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ອັນ​ໃຫຍ່​ຫຼວງ​​ຂອງຫວຽດນ​າມ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ເລ​ກ໋ວກ​ແຢງ, ເນັ້ນ​ໜັກ​ວ່າ.

      “ກະ​ສິ​ກຳ​ຍາມ​ໃດ​ກໍ​ແມ່ນ​ເນື້ອ​ໃນ​ຫຼັກ​ແຫຼ່ງ​ໃນ​ວິ​ວັດ​​ແຫ່ງການ​ເຊື່ອມ​ໂຍງ​ຂອງ​ຫວຽດ​ນາມ ເຂົ້​າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ພາກ​ພື້​ນ, ບັນ​ດາ​ເວ​ທີ​ປາ​ໄສ 2 ຝ່າຍ, ຫຼາຍ​ຝ່າຍ​ຄື: ASEAN, APEC, ASEM, WTO; ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂອບ​ເຂດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື 2 ຝ່າຍ ແລະ ຫຼາຍ​ຝ່າຍ. ຄຽງ​ຂ້າງນັ້ນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນະ​ບົດ​ໄດ້​ຮັບ​ການ​ສ້າງ​ຕ​ັ້ງ​​ກັບ​ບັນ​ດາ​ປະ​ເທດ ແລະ ເຂດ​ແຂ້ວນຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ກໍ​ຄື​ຊຸກ​ຍູ້ດ​້ານ​ການ​ຄ້າ, ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ແລະ ການ​ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ”.

ຂ່າວ/ບົດ​ອື່ນ