ກອງປະຊຸມກ່ຽວກັບການເຊື່ອມໂຍງໃນ ອາຊຽນ
ທີ່ກອງປະຊຸມໂຕະມົນ
( ພາບ: qdnd.vn )
|
( vovworld ) - ກອງປະຊຸມໂຕະມົນດ້ວຍຫົວຂໍ້ວ່າ “ ເພີມທະວີການເຊື່ອມໂຍງໃນອາຊຽນ ຜ່ານການເຈລະຈາໃນຫຼາຍຊ່ອງທາງ ” ຖືກໄຂຂື້ນໃນວັນທີ 7/3 ຢູ່ນະຄອນຫຼວງ Kuala Lumpur ປະເທດ ມາເລເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ຊ່ຽວຊານ, ເຈົ້າໜ້າທີ່ ແລະ ນັກຮຽນຮູ້ເກືອບ 80 ທ່ານທີ່ມາຈາກບັນດາປະເທດອິນໂດເນເຊຍ, ມາເລເຊຍ, ໄທ ແລະ ຫວຽດນາມ. ກອງປະຊຸມໄດ້ຊຸມໃສ່ປຶກສາຫາລືບັນດາຫົວຂໍ້ຕົ້ນຕໍຄື; ອາຊຽນໃນສາຍພົວພັນກັບການພັດທະນາຂອງຈີນ ແລະ ອີນເດຍ ຢູ່ໃນພາກພື້ນ, ການມີໜ້າຂອງອາເມລິກາ ຢູ່ໃນພາກພື້ນ, ບັນດາສິ່ງທ້າທາຍໃນການກໍ່ສ້າງປະຊາຄົມອາຊຽນ, ການຮັກສາສີສັນວັດທະນະທຳ ແລະ ຄຸນຄ່າຂອງອາຊຽນ. ບັນດາກຳລັງໜູນຊຸ້ກຍູ້ການຮ່ວມມືໃນອາຊຽນ... ໃນຂອບເຂດກອງປະຊຸມເຊິ່ງແກ່ຍາວໃນເວລາສອງວັນ, ຕອນບ່າຍວັນທີ 7/3, ທ່ານ ຮ່ວາງແອງຕ໋ວນ ຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ ແລະ ການຕ່າງປະເທດ ແລະ ທ່ານ Razali Ismail, ປະທານກຸ່ມຄົ້ນຄວ້ານະໂຍບາຍການຕ່າງປະເທດມາເລເຊຍ, ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ( MoU ) ກ່ຽວກັບການຮ່ວມມືລະຫວ່າງສອງອົງການ. ເອກະສານນີ້ຈະຍູ້ແຮງການຮ່ວມມືຄົ້ນຄວ້າ, ແບ່ງປັນບົດຮຽນລະຫວ່າງບັນດາອົງການຄົ້ນຄວ້າ ແລະ ນັກຮຽນຮູ້ຂອງທັງສອງປະເທດ.