(vovworld) -ກອງປະຊຸມໂດຍກົງທາງເຄືອຍຂ່າຍອິນເຕີແນັດຂອງລັດຖະບານກັບ 63 ແຂວງນະຄອນ ເພື່ອສະຫລຸບໝາກຜົນໃນເບື້ອງຕົ້ນກ່ຽວກັບວຽກງານຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 6/3 ຢູ່ຮ່າໂນ້ຍ. ຕາມການລາຍງານແລ້ວ, ມາຮອດປະຈຸບັນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆໄດ້ຜັນຂະຫຍາຍການຈັດຕັ້ງຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຢ່າງເຂັ້ມງວດ, ເປີດເຜີຍ, ມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຂໍ້ສັງເກດວ່າ: ເບິ່ງລວມແລ້ວ, ບັນດາກະຊວງ, ຂະແໜງການໄດ້ປະຕິບັດການຮັບເອົາຄຳເຫັນຢ່າງເຂັ້ມງວດ ແລະ ບັນລຸໄດ້ບັນດາໝາກຜົນສຳຄັນ. ລັດຖະບານຊົມເຊີຍ ແລະ ຕີລາຄາສູງນ້ຳໃຈເຮັດວຽກຢ່າງເຂັ້ມງວດຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ:
“ລັດຖະບານຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຂະແໜງການ ຈົ່ງລວບລວມຄຳເຫັນຂອງປະຊາຊົນຢ່າງຄົບຖ້ວນ, ຊື່ຕົງ. ໃນບັນດາບົດລາຍງານຕ້ອງສະແດງໃຫ້ເຫັນທັດສະນະ, ການຕີລາຄາຢ່າງຈະແຈ້ງກ່ຽວກັບບັນດາບັນຫາທີ່ຍັງມີຄຳເຫັນແຕກຕ່າງກັນ. ຕ້ອງຍາດແຍ່ງຄຳເຫັນປະກອບຂອງບັນດານັກວິທະຍາສາດ, ນັກຄຸ້ມຄອງ, ຜູ້ຊ່ຽວຊານເພື່ອໃຫ້ລັດຖະທຳມະນູນສະແດງໃຫ້ເຫັນບັນດາບັນຫາໃຫ່ຍຂອງສັງຄົມຢ່າງຄົບຖ້ວນ“.
ກ່ອນໜ້ານັ້ນ, ວັນທີ 5/3, ຄະນະກວດກາຂອງຄະນະກຳມະການຮຽບຮຽງລັດຖະທຳມະນູນປີ 1992 ສະບັບປັບປຸງ ໂດຍທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ, ກຳມະການຄະນະກຳມະການ ເປັນຫົວໜ້າຄະນະ ໄດ້ລົງເຮັດວຽກກັບແຂວງ ບັກນິນ ກ່ຽວກັບວຽກງານຜັນຂະຫຍາຍການຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ຕັກເຕືອນແຂວງຄວນສືບຕໍ່ຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນ ກ່ຽວກັບບາງບັນຫາໃຫຍ່ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວກົງຈັກລັດ ແລະ ບາງບັນຫາໃໝ່. ທ່ານນາງຮອງປະທານປະເທດ ສະເໜີໃຫ້ແຂວງ ບັກນິນ ສືບຕໍ່ເພີ່ມທະວີການຊີ້ນຳ, ນຳພາຂອງຄະນະພັກຂັ້ນຕ່າງໆຢ່າງໃກ້ຊິດ, ໂຄສະນາເຜິຍແຜ່ຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກ ເພື່ອໃຫ້ປະຊາຊົນທຸກຊັ້ນວັນນະກຳແໜ້ນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ, ເຕົ້າໂຮມຄຳເຫັນປະກອບຢ່າງຄົບຖ້ວນ, ຊັດເຈນ.
ແລະກໍ່ໃນວັນທີ 5/3, ຄະນະປະຕິບັດງານຂອງຄະນະກຳມະການຮຽບຮຽງລັດຖະທຳມະນູນປີ 1992 ສະບັບປັບປຸງ ໂດຍທ່ານ ຟານຈູງຫຼີ, ກຳມະການ ຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ເປັນຫົວໜ້າຄະນະໄດ້ລົງເຮັດວຽກກັບແຂວງ ເຫງ້ອານ ເພື່ອກວດກາວຽກງານຈັດຕັ້ງຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທີ່ການເຮັດວຽກ, ຄະນະກວດກາໄດ້ຮັບຮູ້ບັນດາໝາກຜົນໃນເບື້ອງຕົ້ນຂອງແຂວງ ເຫງ້ອານ ໃນການຮັບເອົາຄຳເຫັນປະກອບໃສ່ຮ່າງລັດຖະທຳມະນູນ, ຮັບປະກັນສ່ອງແສງບັນດາຄຳເຫັນປະກອບຂອງປະຊາຊົນທຸກຊັ້ນວັນນະຢ່າງຖືກຕ້ອງ, ພາວະວິໄສ, ຄົບຖ້ວນ ແລະ ມີຄຸນນະພາບ.