(vovworld) - ຕອນບ່າຍວັນທີ 6/8, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບເຊື່ອມໂຍງດ້ານການສຶກສາ ແລະ ວິທະຍາສາດ, ເຕັກໂນໂລຢີກັບສາກົນ, ເປັນປະທານກອງປະຊຸມນັດສາມັນຂອງຄະນະຊີ້ນຳ. ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະຊີ້ນຳໄດ້ປະກາດກ່ຽວກັບສະພາບການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດສຶກສາ ແລະ ວິທະຍາສາດເຕັກໂນໂລຢີ 6 ເດືອນຕົ້ນປີ. ຕາມກະຊວງສຶກສາ ແລະ ບຳລຸງສ້າງແລ້ວ, ກະຊວງໄດ້ສົມທົບກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສ້າງແຜນຮ່າງເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດການສຶກສາ ແລະ ສອນວິຊາຊີບຮອດປີ 2020 ເພື່ອແນໃສ່ປ່ຽນໃໝ່ພື້ນຖານການສຶກສາ ຫວຽດນາມ ຕາມທິດຫັນເປັນມາດຖານ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ສະເໜີໃຫ້ກະຊວງສຶກສາ ແລະ ບຳລຸງສ້າງ ກະກຽມ ທິດທາງຮ່ວມມືຍຸດທະສາດໃນການກໍ່ສ້າງມະຫາວິທະຍາໄລແຫ່ງຕ່າງໆ, ໃນນັ້ນ, ມີການຮ່ວມມືດ້ານການສຶກສາສຳລັບ ສະຫະພັນ ລັດເຊຍ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ກວດກາບັນດາສະຖານທີ່, ວິທີ, ຫຼັກສູດ, ແຫຼ່ງຊັບພະຍາກອນມະນຸດບຳລຸງສ້າງພາສາ ຫວຽດ ໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ເປັນເຈົ້າການສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ແລະ ບັນດາກະຊວງທີ່ກ່ຽວຂ້ອງເພື່ອປະຕິບັດວຽກງານນີ້ໃຫ້ເປັນຢ່າງດີ.