ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ຜ່ານການປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີເຫັນພ້ອມກັບວິທີເກັບພາສີລາຍຮັບສ່ວນຕົວສຳລັບລາຍຮັບເພີ່ມຂຶ້ນເຊິ່ງຜູ້ມີພັນທະຕ້ອງແຈ້ງ, ບໍ່ມີການອະພິປາຍຢ່າງເໝາະສົມກ່ຽວກັບແຫຼ່ງລາຍຮັບ.

ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ພິທີໄຂ

(ພາບປະກອບ)

ໂດຍສືບຕໍ່ລາຍການເຮັດວຽກທີ່ກອງປະຊຸມຄັ້ງທີ 25, ຕອນເຊົ້າວັນທີ 13 ກໍລະກົດ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ).

        ຜ່ານການປຶກສາຫາລື, ບັນດາຜູ້ແທນໄດ້ເຫັນດີເຫັນພ້ອມກັບວິທີເກັບພາສີລາຍຮັບສ່ວນຕົວສຳລັບລາຍຮັບເພີ່ມຂຶ້ນເຊິ່ງຜູ້ມີພັນທະຕ້ອງແຈ້ງ, ບໍ່ມີການອະພິປາຍຢ່າງເໝາະສົມກ່ຽວກັບແຫຼ່ງລາຍຮັບ. ເຖິງຢ່າງໃດກໍ່ຕາມ, ເລື່ອງແຈ້ງຊັບສິນທີ່ບໍ່ມີການອະພິປາຍຢ່າງເໝາະສົມກ່ຽວກັບແຫຼ່ງລາຍຮັບທີ່ໄດ້ກຳນົດຢູ່ໃນຮ່າງກົດໝາຍຍັງບໍ່ທັນເໝາະສົມທາງດ້ານນິຕິກຳ ແລະ ພຶດຕິກຳຕົວຈິງ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ໄດ້ກະກຽມຢ່າງອຸດົມສົມບູນ ແລະ ຜ່ານກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ 2 ຄັ້ງແລ້ວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ: ພາຍຫຼັງກອງປະຊຸມຄັ້ງທີ 25 ແມ່ນໃຫ້ສືບຕໍ່ຮັບເອົາບົດຮຽນຈາກສາກົນ ແລະ ເຊີນບັນດາອົງການໃນຄະນະຊີ້ນຳປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພື່ອສືບຕໍ່ຂໍຄຳເຫັນ, ສ້າງຮ່າງກົດໝາຍດັ່ງກ່າວຕາມທິດເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ