( vovworld ) - ພິທີມອບລາງວັນໂຮ່ຈິມິນ ແລະ ລາງວັນລະດັບລັດກ່ຽວກັບດ້ານວິທະຍາສາດ ແລະ ເຕັກໂນໂລຊີປີ 2010 ຈະຖືກຈັດຂື້ນໃນວັນທີ 18/2 ທີ່ຈະມາເຖິງຢູ່ ຮ່າໂນ້ຍ. ນີ້ແມ່ນການຮັບຮູ້, ເຊີດຊູ, ປຸກລະດົມຂອງລັດສຳລັບບັນດາການອຸທິດສ່ວນຂອງບັນດານັກວິທະຍາສາດ ຫວຽດນາມ ໃນບັນດາຂົງເຂດວິທະຍາສາດທຳມະຊາດ, ວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ, ວິທະຍາສາດເຕັກໂນໂລຊີ, ວິທະຍາສາດກະສິກຳ, ວິທະຍາສາດການແພດ - ການຢາ.
ທີ່ກອງປະຊຸມຂ່າວໃນຕອນເຊົ້າວັນທີ 14/2 ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຮູ້ວ່າ, ໃນ 32 ກິດຈະກຳທີ່ໄດ້ຮັບການເລືອກເຟັ້ນໃນຄັ້ງນີ້ມີ 12 ກິດຈະກຳໄດ້ຮັບລາງວັນໂຮ່ຈິມິງ ແລະ ມີ 20 ກິດຈະກຳໄດ້ຮັບລາງວັນລະດັບລັດ. ສາດສະດາຈານ, ດອກເຕີ ວູມິງຢາງ, ຮອງປະທານສະພາລະດັບລັດພິຈາລະນາ ມອບລາງວັນ ໂຮ່ຈິມິນ ແລະ ລາງວັນລະດັບລັດກ່ຽວກັບວິທະຍາສາດເຕັກໂນໂລຊີໃຫ້ຮູ້ວ່າ.
“ ຈາກ 67 ກິດຈະກຳທີ່ໄດ້ຜ່ານການເລືອກເຟັ້ນຢູ່ຂັ້ນຮາກຖານ, ສຸດທ້າຍຍັງເຫຼືອ ພຽງ 32 ກິດຈະກຳເທົ່ານັ້ນ. ອາດຈະເວົ້າໄດ້ວ່າ ນີ້ແມ່ນວິວັດການເລືອກເຟັ້ນຢ່າງລະອຽດ. ບັນດາກິດຈະກຳນີ້ມີຄວາມໝາຍໃຫຍ່ຫຼວງທີ່ມີຕໍ່ການພັດທະນາເສດຖະກິດ ສັງຄົມຂອງປະເທດຊາດ. ມາດຖານທີ່ສຳຄັນອັນດັບໜື່ງຂອງບັນດາກິດຈະກຳນີ້ແມ່ນ ຕ້ອງມີການປະກອບສ່ວນທີ່ໃຫຍ່ຫຼວງສຳລັບຂົງເຂດເສດຖະກິດສັງຄົມ, ວິທະຍາສາດເຕັກໂນໂລຊີ ແລະ ວັດທະນະທຳສັງຄົມ ”.