ກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳ ສະພາແຫ່ງຊາດ

ກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1
(ກອງປະຊຸມຄັ້ງທີ 32 ຂອງຄະນະປະຈຳສະພາແຫ່ງຊາດ)

(vovworld) - ຕອນ​ບ່າຍ​ວັນ​ທີ 7/10, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຮັບ​ຟັງ ​ແລະ ​ໃຫ້​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຂອງ​ລັດຖະບານ, ສານ​ປະຊາຊົນ​ສູງ​ສຸດ, ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ກ່ຽວ​ກັບ​ການ​ແກ້​ໄຂ​ຮ້ອງທຸກ ​ແລະ ຮ້ອງ​ຟ້ອງ ຂອງ​ພົນລະ​ເມືອງ​ປີ 2014. ບັນດາ​ສະມາຊິກ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ​ຖື​ວ່າ, ປີ 2014, ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ ແກ້​ໄຂ​ຮ້ອງທຸກ ​ແລະ ຮ້ອງ​ຟ້ອງ ສືບ​ຕໍ່​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ​ບໍ່​ທັນ​ສູງ. ການ​ນຳ​ທ້ອງ​ຖີ່​ນບາງ​ທ່ານ​ບໍ່​ທັນ​ເອົາ​ໃຈ​ໃສ່, ຫຼື​ຕ້ອນຮັບ​ພົນລະ​ເມືອງ​ໂດຍ​ກົງ​ເທື່ອ.

​ເຫັນ​ດີ​ຕໍ່​ບັນດາ​ວິທີ​ການ​ແກ້​ໄຂ​ເຊິ່ງບົດ​ລາຍ​ງານ​ຂອງ​ລັດຖະບານ​ໄດ້​ວາງ​ອອກ ​ເພື່ອ​ແກ້​ໄຂ​ຮ້ອງທຸກ ​ແລະ ຮ້ອງ​ຟ້ອງຂອງ​ພົນລະ​ເມືອງ​ໃນ​ປີ 2015. ບັນດາ​ຜູ້​ແທນ​ເນັ້ນ​ໜັກ​ວ່າ, ​ ໄລຍະ​ຈະ​ມາ​ເຖິງ​ຄວນ​ສຸມ​ໃສ່​ກວດກາ, ປັບປຸງ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ ການແກ້​ໄຂ​ຮ້ອງທຸກ, ຮ້ອງ​ຟ້ອງ ​ແລະ ບັນດາ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ໃຫ້​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ປີ 2013; ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ອ່ອນ​ດ້ອຍ​ໃນ​ການ​ຄຸ້ມ​ຄອງ​ລັດ, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ເກີດ​ການ ​ຮ້ອງທຸກ ​ແລະ ຮ້ອງ​ຟ້ອງງ່າຍ​ຄື​ຂົງ​ເຂດ​ທີ່​ດິນ, ການ​ລົງທຶນກໍ່ສ້າງ​ພື້ນຖານ…

ຂ່າວ/ບົດ​ອື່ນ