ກອງປະຊຸມຄັ້ງທີ 36 ຄະນະປະຈຳສະພາແຫ່ງຊາດຫວຽດນາມ ສືບຕໍ່ເຮັດວຽກ
ກອງປະຊຸມຄັ້ງທີ 36 ຄະນະປະຈຳສະພາແຫ່ງຊາດຫວຽດນາມ |
(vovworld)-ໂດຍສືບຕໍ່ການເຮັດວຽກຂອງກອງປະຊຸມຄັ້ງທີ 36, ຕອນບ່າຍວັນທີ 10/3, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືຮ່າງກົດໝາຍປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍບັນຊີ. ການປັບປຸງເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍບັນຊີຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ສ້າງຂອບເຂດກົດໝາຍກ່ຽວກັບບັນຊີໃຫ້ສົມບູນແບບ, ພິເສດແມ່ນຫຼັກການບັນຊີ, ລະບອບບັນຊີ, ມາດຖານການບັນຊີ ແລະ ຍົກສູງຄວາມຮັບຜິດຊອບຂອງບັນດາອົງການສຳນັກງານໃນການປະຕິບັດລະບຽບກົດໝາຍກ່ຽວກັບການເງິນ, ບັນຊີ ແນໃສ່ສ້າງເງື່ອນໄຂໃຫ້ຂົງເຂດບັນຊີກາຍເປັນເຄື່ອງມືໃນການຄຸ້ມຄອງການເງິນຂອງວິສາຫະກິດ, ບັນດາຫົວໜ່ວຍການເງິນບັນຊີ ກໍຄືເຄື່ອງມືຄຸ້ມຄອງ, ຕິດຕາມກວດກາຂອງລັດ. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະເໜີຄະນະຮຽບຮຽງຮ່າງກົດໝາຍຈົ່ງຮີບເຮັ່ງກວດກາ, ສ້າງຮ່າງກົດໝາຍໃຫ້ສົມບູນແບບຕາມທິດປັບປຸງໂດຍພື້ນຖານ, ຮອບດ້ານເພື່ອຍືນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ໃຫ້ຄຳເຫັນ.