ກອງປະຊຸມຄັ້ງທີ14ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ສ.ເກົາຫຼີ

ກອງປະຊຸມຄັ້ງທີ14ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ສ.ເກົາຫຼີ - ảnh 1
(ພາບປະກອບ)

(vovworld) - ​ໃນ​ກອງ​ປະຊຸມ​ວັນ​ທີ 14/7, ທີ່​ດຳ​ເນີນ​ຢູ່ ສ.​ເກົາຫຼີ, ຝ່າຍ​ຫວຽດນາມ ​ແລະ ສ.​ເກົາຫຼີ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ກັນ​ສະຫຼຸບ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ 1 ປີຜ່ານມາ, ນັບ​ແຕ່​ກອງ​ປະຊຸມ​ຄັ້ງ​ທີ 14. ​ແລກປ່ຽນ​ຄວາມ​ເຫັນ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ວາງ​ທິດ​ທາງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ໄລຍະ​ຈະ​ມາ​ເຖິງ. ສອງ​ຝ່າຍ​ກໍ່​ກວດຄືນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ຄ້າ, ການ​ລົງທຶນ, ອຸດສາຫະກຳ ​ແລະ ການ​ສຳ​ພັດ​ກັບ​ຕະຫຼາດ, ​ແຮງ​ງານ ​ແລະ ວຽກ​ເຮັດ​ງານ​ທຳ, ສະຖານກົງສູນ ​ແລະ ການ​ຮ່ວມ​ມື​ພັດທະນາ. ສອງຝ່າ​ຍ​ຢືນຢັນ​ວ່າ, ໃນ​ໄລຍະ​ຜ່ານ​ມາການ​ຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ​ຫວຽດນາມ - ສ​.ເກົາຫຼີ ​ແມ່ນ​ບັນລຸ​ໄດ້ຜົນ​ງານ​ອັນ​ໃຫຍ່​ຫຼວງ​ ​ແລະ ປະຈຸ​ບັນ​ພວມ​ຢູ່​ໃນ​ໄລຍະ​ດີ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ