ກອງປະຊຸມຄັ້ງທີ 25 ຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ
ພາບ:vtv
|
(vovworld)- ວັນທີ 20/6, ຢູ່ ນະຄອນ ດາຫນັງ ໄດ້ດຳເນີນກອງປະຊຸມຄັ້ງທີ 25 ຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ. ເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ເລຮວ່າຍຈູງ, ຮອງລັດຖະມົນຕີ, ຫົວຫນ້າຄະນະກຳມະການຊາຍແດນ, ກະຊວງການຕ່າງປະເທດຫວຽດນາມ ນຳຫນ້າ. ຄະນະຜູ້ແທນລາວ ໂດຍທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ເປັນຫົວຫນ້າຄະນະ. ນະທີ່ນີ້ ສອງຝ່າຍໄດ້ເນັ້ນຫນັກຢ່າງແຮງເຖິງການຮ່ວມມືຄຸ້ມຄອງຊາຍແດນໃນໄລຍະຜ່ານມຮາ ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລາວ. ສອງຝ່າຍເຫັນດີ ໃນໄລຍະຈະມາເຖິງ, ເພີ່ມທະວີບັນດາມາດຕະການຊຸກຍູ້ການພັດທະນາດ້ານເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວຢູ່ເຂດຊາຍແດນ, ວາງແຜນກຳນົດ ແລະ ພັດທະນາດ່ານຊາຍແດນ, ປະຕິບັດຂໍ້ຕົກລົງຂັ້ນລັດຖະບານກ່ຽວກັບການແກ້ໄຂບັນຫາປະຊາຊົນອົບພະຍົບຢ່າງເສລີ ແລະ ການສົມລົດບໍ່ຖືກກັບກົດໝາຍຢູ່ເຂດຊາຍແດນ ຫວຽດນາມ - ລາວ. ສອງຝ່າຍເຫັນດີຈະຈັດກອງປະຊຸມປະຈຳປີຄັ້ງທີ 26 ຄະນະຜູ້ແທນຊາຍແດນຫວຽດນາມ ລາວ ຢູ່ລາວ.