ກອງປະຊຸມຄັ້ງທີ3ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານຫວຽດນາມ-ອາຟຼິກາໃຕ້

ກອງປະຊຸມຄັ້ງທີ3ເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານຫວຽດນາມ-ອາຟຼິກາໃຕ້ - ảnh 1
ກອງປະຊຸມຄັ້ງທີ3ເວທີປາໄສຄູ່ຮ່ວມມື
ລະຫວ່າງລັດຖະບານຫວຽດນາມ-ອາຟຼິກາໃຕ້
(ພາບ: vietnamplus.vn)

(vovworld)- ໃນ​ວັນ​ທີ 18-19/6 ຢູ່ ຮ່າ​ໂນ້ຍ, ທ່ານ ຫວູ​ຮົ່ງ​ນາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການຕ່າງ​ປະ​ເທດ ຫວຽດ​ນາມ ແລະ ທ່ານ Nomaindiya Mfeketo, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຮ່ວມ​ມື ແລະ ພົວ​ພັນ​ສາ​ກົນ ອາ​ຟຼິ​ກາ​ໃຕ້ ໄດ້​ເປັນ​ປະ​ທາ​ນ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 3 ເວ​ທີ​ປາ​ໄສ​ຄູ່​ຮ່ວ​ມ​ມື​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ -ອາ​ຟ​ຼິ​ກາ​ໃຕ້ ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ​ວັດ​ທະ​ນະ​ທຳ.  ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ, ສອງ​ຝ່າຍ​ໄດ້​ສຳ​ຫລວດກວດ​ຄືນ​ສະ​ພາບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຊຸມ​ປີ​ຜ່ານ​ມາ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ນຳ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ເຂົ້າ​ສູ່​ແທດ​ຈິງ, ສົມ​ກັບ​ຂອບ​ເຂດ​ການ​ພົວ​ພັນ​ຮ່​ວມ​ມື “ຄູ່​ຮ່ວມ​ມື​ເພື່ອ​ການ​ຮ່ວມ​ມື​ໃນ​ທຸກ​ຂົ​ງ​ເຂດ​ການ​ເມືອງ, ການ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕຸ​ລາ​ການ, ການ​ຄ້າ, ກະ​ສິ​ກຳ, ສິ່ງ​ແວດ​ລ້ອມ, ວິ​ທະ​ຍາ​ສາດ​ເຕັກ​ນິກ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ. ນອກນັ້ນ, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ນຳ​ກັນ​ສຳ​ເລັດ​ບັນ​ດາ​ການ​ເຈ​ລະ​ຈາ ແລະ ລະ​ບຽບ​ການ​ກ່ຽວ​ຂ້ອງ​ເພື່ອ​ລົງ​ນາມ​ໃນ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ໃນ​ຂົງ​ເຂດ: ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຕຸ​ລາ​ການ, ບໍ່​ແຮ່, ປ່າ​ໄມ້ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ