ກອງປະຊຸມຄວາມປອດໄພ Munich ສິ້ນສຸດລົງ ດ້ວຍກາລະໂອກາດແກ້ໄຂວິກິດການຢູ່ຢູແກຼນ
ຮອງປະທານາທິບໍດີ ອາເມລິກາ Joe Biden (ຂວາ) ແລະ ທ່ານເລຂາທິການໃຫຍ່ ນາໂຕ Jens Stoltenberg (ຊ້າຍ) ທີ່ການພົບປະນອກກອງປະຊຸມ
(ພາບ: AFP/TTXVN)
|
(vovworld) - ກອງປະຊຸມກ່ຽວກັບຄວາມປອດໄພ Munich ໄດ້ສິ້ນສຸດລົງໃນວັນທີ 8/2, ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ, ໂດຍສຸມໃສ່ບັນດາເຫດການເຄັ່ງຮ້ອນຢູ່ໃນໂລກ, ພິເສດແມ່ນວິກິດການ ຢູ່ ຢູແກຼນ ໃນປະຈຸບັນ. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດເຢັຍລະມັນ Frank - Walter Steinmeier ໄດ້ຊີ້ອອກບັນດາຈຸດເຄັ່ງຮ້ອນ ທີ່ກໍ່ຄວາມວິຕົກກັງວົນຢ່າງເລິກເຊິ່ງ, ທີ່ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລືເຊັ່ນ: ບັນຫາຊີຣີ, ອີຮັກ, ອີຮານ , ລີບີ , ລັດທິກໍ່ການຮ້າຍ, ພິເສດແມ່ນວິກິດການ ຢູ່ ຢູແກຼນ. ໃນວິກິດການ ຢູ່ ຢູແກຼນ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດເຢັຍລະມັນ ຢືນຢັນວ່າຄວາມສະຫງົບປອດໄພຢ່າງໝັ້ນຄົງໃຫ້ແກ່ເອີລົບພຽງແຕ່ບັນລຸໄດ້ ເມື່ອມີລັດເຊຍ ແລະ ກົງກັນຂ້າມ, ອະນາຄົດອັນດີງາມຂອງລັດເຊຍຈະມີໄດ້ ຖ້າຫາກມີການຮ່ວມມືກັບເອີລົບ. ທ່ານຖືວ່າຄວາມຕັ້ງໃຈສະໜອງອາວຸດໃຫ້ຢູແກຼນ ບໍ່ພຽງແຕ່ກໍ່ຄວາມອັນຕະລາຍເທົ່ານັ້ນ, ຫາກຍັງສົ່ງເຜົນສະທ້ອນບໍ່ດີເຖິງຜົນປະໂຫຍດລວມອີກດ້ວຍ.