ກອງປະຊຸມຄວາມໝັ້ນຄົງການເດີນທະເລຄັ້ງທີ 8 ຢູ່ ສິງກະໂປ

(VOVWORLD) - ກອງປະຊຸມນີ້ຍັງຈັດວາລະປະຊຸມພິດເສດດ້ວຍຫົວຂໍ້ “ດັດປັບບົດບາດຂອງປະຊາຄົມຕໍ່ໜ້າບັນດາຄວາມສ່ຽງນາບຂູ່ໃນການເດີນທະເລທີ່ພວມເພີ່ມຂຶ້ນ”
ກອງປະຊຸມຄວາມໝັ້ນຄົງການເດີນທະເລຄັ້ງທີ 8 ຢູ່ ສິງກະໂປ - ảnh 1 ກອງປະຊຸມຄວາມໝັ້ນຄົງການເດີນທະເລສາກົນ
(ພາບ: qdnd.vn)

        ວັນທີ 04 ພຶດສະພາ, ກອງປະຊຸມຄວາມໝັ້ນຄົງການເດີນທະເລສາກົນ (IMSC) ຄັ້ງທີ 8 ດ້ວຍຫົວຂໍ້ “ທະເລປອດໄພ ແລະ ຄວາມໝັ້ນຄົງ - ປະກົດຕົວຂຶ້ນຢ່າງແຮງກວ່າ ເມື່ອເປັນປະຊາຄົມການເດີນທະເລ” ໂດຍກອງທັບເຮືອ ສິງກະໂປ ແລະ ໂຮງຮຽນຄົ້ນຄວ້າສາກົນ S.Rajaratnam ສົມທົບກັນຈັດຂຶ້ນຢູ່ ສິງກະໂປ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເຮືອຕີ ຫງວຽນດິ່ງຮຸ່ງ, ຮອງຜູ້ບັນຊາການໃຫຍ່ກອງທັບເຮືອ ຫວຽດນາມ, ນຳໜ້າເຂົ້າຮ່ວມກອງປະຊຸມ.

        ກອງປະຊຸມລວມມີວາລະປຶກສາຫາລື 3 ຄັ້ງ, ດ້ວຍບັນດາຫົວເລື່ອງຄື: ຜົນກະທົບຂອງບັນດາການຜັນແປພູມຊາດການເມືອງຕໍ່ຄວາມໝັ້ນຄົງໃນການເດີນທະເລ; ບັນດາສິ່ງທ້າທາຍເພື່ອອົງການການເດີນທະເລສາມາດເພີ່ມທະວີສັນຕິພາບ ແລະ ສະຖຽນລະພາບ; ການຮ່ວມມືໃນສະພາບແວດລ້ອມການເດີນທະເລໃນອະນາຄົດ ຕາມລຳດັບ.

        ນອກນັ້ນ, ກອງປະຊຸມນີ້ຍັງຈັດວາລະປະຊຸມພິດເສດດ້ວຍຫົວຂໍ້ “ດັດປັບບົດບາດຂອງປະຊາຄົມຕໍ່ໜ້າບັນດາຄວາມສ່ຽງນາບຂູ່ໃນການເດີນທະເລທີ່ພວມເພີ່ມຂຶ້ນ”, ປຶກສາຫາລືບົດບາດຂອງກຳລັງປົກປັກຮັກສາຫາດຊາຍທະເລ ແລະ ບັນດາອົງການປະຕິບັດກົດໝາຍຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ