ກອງປະຊຸມຄະນະກຳມາທິການປະສົມຫວຽດນາມ-ຍີ່ປຸ່ນກ່ຽວກັບການຮ່ວມມືວິທະຍາສາດແລະເຕັກໂນໂລຢີ
(ພາບປະກອບຈາກ Anh Tuấn/TTXVN)
|
(vovworld) – ວັນທີ 29/3, ຢູ່ ຮ່າໂນ້ຍ ໄດ້ດຳເນີນສະໄໝປະຊຸມທີ 4 ລະຫວ່າງຄະນະກຳທິການປະສົມ ຫວຽດນາມ - ຍີ່ປຸ່ນ ກ່ຽວກັບການຮ່ວມມືວິທະຍາສາດ ແລະ ເຕັກໂນໂລຢີ. ສະໄໝປະຊຸມຄັ້ງນີ້ສຸມໃສ່ເຂົ້າບັນດາຫົວຂໍ້ຄື: ກະສິກຳເຕັກໂນໂລຢີສູງ, ເຕັກໂນໂລຢີປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ກ່າວຄຳເຫັນທີ່ສະໄໝປະຊຸມ, ທ່ານ ເຈີ່ນກວກແຄ໋ງ, ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ “ໂຄງການຄູ່ຮ່ວມມືຄົ້ນຄ້ວາວິທະຍາສາດ ແລະ ເຕັກໂນໂລຢີຮັບໃຊ້ການພັດທະນາແບບຍືນຍົງ” ແລະ “ໂຄງການຄົ້ນຄ້ວາລວມເຂດວິທະຍາສາດ ແລະ ປ່ຽນໃໝ່ເຕັກໂນໂລຢີ ອາຊີຕາເວັນອອກ”. ດ້ວຍບັນດາເນື້ອໃນໄດ້ນຳມາປຶກສາຫາລືທີ່ສະໄໝປະຊຸມຄັ້ງນີ້, 2 ຝ່າຍຫວັງວ່າຈະຕີລາຄາຢ່າງພາວະວິໄສ, ຮອບດ້ານບັນດາກາລະໂອກາດ ແລະ ສິ່ງທ້າທາຍກໍ່ຄືບັນດາໜ້າທີ່ ແລະ ມາດຕະພາບເພື່ອແນໃສ່ຊຸກຍູ້ການຮ່ວມມື 2 ຝ່າຍກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຢີລະຫວ່າງ ຫວຽດນາມ - ຍີ່ປຸ່ນ.