ກອງປະຊຸມຄະນະຊີ້ນຳແຫ່ງຊາດ: ເພີ່ມທະວີການຕິດຕາມໂລກລະບາດໂຄວິດ-19 ຢູ່ບັນດາເຂດອຸດສາຫະກຳ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ, ຕ້ອງມານະພະຍາຍາມຈຳກັດການເກີດ ແລະ ແຜ່ລະບາດຢູ່ບັນດາເຂດອຸດສາຫະກຳໃຫ້ຢູ່ໃນລະດັບຕ່ຳສຸດ
ກອງປະຊຸມຄະນະຊີ້ນຳແຫ່ງຊາດ: ເພີ່ມທະວີການຕິດຕາມໂລກລະບາດໂຄວິດ-19 ຢູ່ບັນດາເຂດອຸດສາຫະກຳ - ảnh 1ທ່ີກອງປະຊຸມທາງອອນລາຍ
(ພາບ: TTXVN)

ຕອນບ່າຍວັນທີ 11 ມິຖຸນາ, ຢູ່ສຳນັກງານລັດຖະບານ, ໂດຍເປັນປະທານກອງປະຊຸມທາງອອນລາຍລະຫວ່າງຄະນະປະຈຳການຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ກັບ 9 ແຂວງ, ນະຄອນທີ່ມີເຂດອຸດສາຫະກຳ, ແບ່ງປັນບົດຮຽນໃນວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ບັນດາໂຮງຈັກ, ໂຮງງານໃຫຍ່, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳໄດ້ໃສ່ໃຈວ່າ, ບັນດາທ້ອງຖິ່ນຕ້ອງມານະພະຍາຍາມບໍ່ປະໃຫ້ໂລກລະບາດແຜ່ລະບາດເຂົ້າເຂດນີ້.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ, ການແຜ່ລະບາດຂອງໂລກລະບາດໂຄວິດ-19 ຄັ້ງທີ 4 ນີ້ ແມ່ນເກີດຂຶ້ນນັບທັງຢູ່ເຂດອຸດສາຫະກຳໃຫຍ່ຂອງແຂວງ ບັກຢາງ, ສະນັ້ນການຮັບມືແມ່ນຫຍຸ້ງຍາກກວ່າ, ພິເສດໄວຣັດສາຍພັນໃໝ່ໄດ້ແຜ່ລະບາດຢ່າງໄວກວ່າ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ, ຕ້ອງມານະພະຍາຍາມຈຳກັດການເກີດ ແລະ ແຜ່ລະບາດຢູ່ບັນດາເຂດອຸດສາຫະກຳໃຫ້ຢູ່ໃນລະດັບຕ່ຳສຸດ:

        “ມານະພະຍາຍາມບໍ່ໃຫ້ເກີດໂລກລະບາດໃນເຂດອຸດສາຫະກຳ. ຖ້າມີກໍລະນີທີ່ຕິດເຊື້ອພະຍາດໂຄວິດ-19 ຕ້ອງກວດພົບໂດຍດ່ວນ ບໍ່ໃຫ້ເກີນ 3 ວັນ. ຢາກປະຕິບັດເປົ້າໝາຍດັ່ງກ່າວໃຫ້ໄດ້ຕ້ອງປະຕິບັດການແຈ້ງອາການສຸຂະພາບ, ອັບເດັດອາການສຸຂະພາບຂອງທຸກຄົນຢູ່ເຂດອຸດສາຫະກຳ, ບໍ່ວ່າຜູ້ໃດມີສັນຍານຕິດພະຍາດ ຫຼື ມີປະຫວັດການໄປມາໃນເຂດມີຄວາມສ່ຽງສູງ ຕ້ອງກວດພົບ ແລະ ແກ້ໄຂຢ່າງທັນທີ… ຖ້າຫາກຊ້າກວ່າ 3 ວັນ, ການຮັບມືຈະລຳບາກ ແລະ ສິ້ນເປືອງຫຼາຍ”.

ຕອບກັບ

ຂ່າວ/ບົດ​ອື່ນ