ກອງປະຊຸມຄະນະຊີ້ນຳແຫ່ງລັດກ່ຽວກັບໂຄງການໄຟຟ້ານ້ຳຕົກເຊີນລາ-ລາຍເຈົາ

ກອງປະຊຸມຄະນະຊີ້ນຳແຫ່ງລັດກ່ຽວກັບໂຄງການໄຟຟ້ານ້ຳຕົກເຊີນລາ-ລາຍເຈົາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ທີ່​ກອງປະຊຸ​ມ
ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງການ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ ລາຍ​ເຈົາ​


(vovworld)-ສຸມ​ໃສ່​ຍູ້​ແຮງຄວາມ​ຄືບ​ຫນ້າ​ໃນ​ການ​ຍົກຍ້າຍປະຊາຊົນໄປ​ອາ​ໄສ​ຢູ່​​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃຫມ່ ​ແລະ ປະຕິບັດການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນ້ຳຕົກ ລາຍ​ເຈົາ, ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ກ່ຽວກັບ​ຊີວິດ, ການ​ຜະລິດ​ຂອງ​ປະຊາຊົນ ​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ທີ່​ກອງປະຊຸ​ມຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ໂຄງການ​ໄຟຟ້າ​ນ້ຳຕົກ​ເຊີນ​ລາ ລາຍ​ເຈົາ​ໃນ​ຕອນ​ເຊົ້າ​ວັນ​ທີ 21/8 ທີ່ຈັດ​ຂຶ້ນຢູ່​ເມື​ອງ  ນ້ຳ​ຍູ່​ນ ​ແຂວງ​ລາຍ​ເຈົາ. ກ່າວ​ຄຳ​ເຫັນ​ສະຫລຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ຍ້ອງຍໍ​​​ການປະກອບສ່ວນ​ຂອງ​ປະຊາຊົນທີ່ຍົກຍ້າຍ​ໄປ​ອາ​ໄສ​ຢູ່​​​ເຂດຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຄືນ​​ໃຫມ່​ພ້ອມ​ທັງ​ຕີ​ລາຄາ​ສູງ​ຄວາມ​ຄືບ​ຫນ້າ​ໃນ​ການ​ກໍ່ສ້າງ​ກິດຈະກຳ​ໄຟຟ້າ​ນ້ຳຕົກ​​ລາຍ​ເຈົາ. ທ່ານ​ຮອງ​ນາຍົກລັດຖະມົນ ສະ​ຫນີ​ບັນດາ​ທ້ອງ​ຖິ່ນ​ຍູ້​ແຮງ​ການ​ສະຫລຸບ​ຂາດ​ຕົວ​ກິດຈະກຳ​ສອງ​ແຫ່ງ​ດັ່ງກ່າວ ​ແລະ ​ໃສ​ໃສ່​ວ່າ:​ ​ແຂວງ​ເຊີນ​ລາ ​ແລະ ລາຍ​ເຈົາ ຕ້ອງ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນຫາ​ຊີວິດການ​ເປັນ​ຢູ່, ການ​ຜະລິດ​ຂອງ​ປະຊາຊົນ​ຜູ້ທີ່ຍົກ​ຍ້າຍໄປ​ອາ​ໄສ​ຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃຫມ່ ກວ່າ​ອີກ.

ຂ່າວ/ບົດ​ອື່ນ