( vovworld ) – ຕອນເຊົ້າວັນທີ 9/5, ຢູ່ນະຄອນໂຮ່ຈິມິນ ໄດ້ດຳເນີນກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງ, ນະຄອນທາງທິດຕາເວັນອອກພາກໃຕ້ ຄັ້ງທຳອິດ, ອາຍຸການ 2011 – 2016, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າການນຳສະພາປະຊາຊົນ 9 ແຂວງ, ນະຄອນໃນເຂດ. ທີ່ກອງປະຊຸມ, ບັນດາສະມາຊິກສະພາປະຊາຊົນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາກ່ຽວກັບການຍົກສູງຄວາມສາມາດ, ປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນ ແລະ ບົດບາດຂອງສະພາປະຊາຊົນໃນການຍົກສູງຄຸນນະພາບ ແກ້ໄຂບັນດາຄວາມເຫັນຂອງຜູ້ມີຊິດເລືອກຕັ້ງ, ສົມເປັນອົງການສິດອຳນາດຂອງລັດຢູ່ທ້ອງຖີ່ນ, ຕາງໜ້າໃຫ້ເຈດຈຳນົງ ແລະ ຄວາມມຸ້ງມາດປາດທະໜາຂອງປະຊາຊົນ. ທ່ານ Tran Dinh Khoa ກຳມະການປະຈຳສະພາປະຊາຊົນແຂວງ ບ່າເຣ້ຍ - ວຸງເຕົ່າ, ໃຫ້ຮູ້ວ່າ.
“ ສະມາຊິກສະພາປະຊາຊົນຕ້ອງມີການພົວພັນຢ່າງສະໜິດແໜ້ນກັບທ້ອງຖິ່ນທີ່ຕົນອອກສະໝັກຮັບເລືອກຕັ້ງ ເພື່ອປະຕິບັດສິດເປັນຕົວແທນຂອງປະຊາຊົນ. ເຮັດຄືແນວນັ້ນ ປະຊາຊົນຈຶ່ງມາພົບປະກັບພວກເຮົາ ເພື່ອລາຍງານ, ສະເໜີບັນດາບັນຫາທີ່ເຂົ້າເຈົ້າມີຄວາມສົນໃຈ. ນອກຈາກການພົບປະກັບຜູ້ມີສິດເລືອກຕັ້ງຕາມກຳນົດເວລາແລ້ວ ຄວນຈັດຕັ້ງການພົບປະຄັ້ງອື່ນໆອີກ ເພື່ອຮັບເອົາຄວາມເຫັນຂອງປະຊາຊົນທຸກຊັ້ນວັນນະໃນສັງຄົມຢ່າງຄົບຖ້ວນ. ຈາກນັ້ນ, ສະພາປະຊາຊົນແຂວງ ຈະພິຈາລະນາ, ປຶກສາຫາລືເພື່ອວາງແຜນນະໂຍບາຍ, ນະໂຍບາຍ, ມາດຕະການ, ກຳນົດທິດປະກາດໃຊ້ບັນດາມະຕິໃຫ້ເໝາະສົມກັບສະພາບພັດທະນາເສດຖະກິດສັງຄົມຂອງທ້ອງຖີ່ນ ແລະ ກວດກາລະດັບເໝາະສົມເຊິ່ງມະຕິສະພາປະຊາຊົນໄດ້ປະກາດໃຊ້ ”.