ກອງປະຊຸມຍ້ອງຍໍຊົມເຊີຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ 2016
(ພາບ: laodong.com.vn)
(vovworld) – ຕອນເຊົ້າວັນທີ 23/7, ຢູ່ນະຄອນ ເກີນເທີ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມສົມທົບກັບນະຄອນ ເກີນເທີ ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ 2016. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ການນຳບັນດາກະຊວງ, ຂະແໜງການສູນກາງ, ບັນດາທ້ອງຖິ່ນພ້ອມກັບຜູ້ແທນແມ່ນທະຫານເສຍອົງຄະ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ບັນດາຜູ້ມີຄຸນງາມຄວາມດີ 299 ຄົນຕາງໜ້າໃຫ້ຜູ້ມີຄຸນງາມຄວາມດີນັບລ້ານຄົນໃນທົ່ວປະເທດເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ພົບປະ, ຮັບຟັງເລື່ອງລາວທີ່ຕື້ນຕັນໃຈຂອງບັນດາທະຫານເສຍອົງຄະ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີ ເລົ່າຄືນວິວັດທະນາການສູ້ຊົນບື່ນຕົວຂຶ້ນ, ຫລຸດພົ້ນອອກຈາກຄວາມຫຍຸ້ງຍາກເພື່ອສ້າງຊີວິດເປັນປົກກະຕິ, ສ້າງຄວາມຮັ່ງມີໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວມີຜົນປະໂຫຍດໃຫ້ແກ່ສັງຄົມ.