ກອງປະຊຸມຍ້ອງຍໍປະທານຄະນະກຳມະການແນວໂຮມປະເທດຊາດບ້ານ,ຕາແສງ,ເທດສະບານເມືອງດີເດັ່ນໃນທົ່ວປະເທດ
ທ່ານປະທານປະເທດ ເຈືອງເຕີນຊາງ
ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: qdnd)
(vovworld) – ຕອນເຊົ້າວັນທີ 17/10, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍປະທານຄະນະກຳມະການແນວໂຮມປະເທດຊາດບ້ານ, ຕາແສງ, ເທດສະບານເມືອງ ທີ່ດີເດັ່ນໃນທົ່ວປະເທດ ໄລຍະ 2010 – 2015.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ອົງຄະນະພັກ, ຕ້ອງປະຕິບັດບົດບາດຊີ້ນຳ, ພ້ອມທັງປະຕິບັດບົດບາດເປັນສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ ໃຫ້ເປັນຢ່າງດີ. ທ່ານປະທານປະເທດ ຫວັງວ່າ, ຈາກກອງປະຊຸມຍ້ອງຍໍຂອງແນວໂຮມປະເທດຊາດຫວຽດນາມ ໃນຄັ້ງນີ້, ບັນດາແບບຢ່າງດີເດັ່ນຈະໄດ້ຮັບການທະວີຄູນໃນທົ່ວປະເທດ; ຂະບວນການແຂ່ງຂັນຮັກຊາດສືບຕໍ່ໄດ້ແຜ່ລາມໃນສັງຄົມ ແລະ ກາຍເປັນກຳລັງໜູນສຳຄັນຂອງທົ່ວພັກ, ທົ່ວປວງຊົນ ປະຕິບັດສຳເລັດບັນດາໜ້າທີ່ເສດຖະກິດສັງຄົມ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກວ່າ.
“ໃນໄລຍະຈະມາເຖິງ, ແນວໂຮມປະເທດຊາດຫວຽດນາມ ຕ້ອງສືບຕໍ່ປັບປຸງ, ສ້າງລະບົບອົງການຈັດຕັ້ງ ແລະ ຖັນແຖວພະນັກງານປະຕິບັດວຽກງານແນວໂຮມປະເທດຊາດ ຈາກສູນກາງ ລົງຮອດຂັ້ນຮາກຖານໃຫ້ເປັນຢ່າງດີ; ຍູ້ແຮງບັນດາຂະບວນການ, ບັ້ນຂົນຂວາຍໃຫຍ່ໃຫ້ເຂົ້າສູ່ລວງເລິກກວ່າອີກ; ເສີມຂະຫຍາຍສິດເປັນເຈົ້າ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ສືບຕໍ່ປ່ຽນໃໝ່ວຽກງານຂົນຂວາຍ… ເພ່ືອສ້າງ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອມມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່ ຢ່າງມີໄຊ”.
ກໍທີ່ກອງປະຊຸມ, ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ມອບໃບຍ້ອງຍໍໃຫ້ບັນດາສ່ວນບຸກຄົນທີ່ດີເດັນ ແລະ ປຸກລະດົມຂະບວນການແຂ່ງຂັນໄລຍະ 2015 – 2020.