ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ

ກອງປະຊຸມທົ່ວປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ

(ພາບ: nguyentandung.org )

( vovworld ) ຕອນ​​ເຊົ້າ​ວັນ​ທີ 7/3, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ໄພ​ສໍ້ລາດ​ບັງ​ຫຼວງ ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 3 ຊຸດ​ທີ 10 ກ່ຽບກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່ວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ຟູມ​ເຟືອຍ; ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ກົດໝາຍວ່າ​ດ້ວຍການປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ຜູ້​ປະຈຳການ​ຄະນະ​ເລ​ຂາ ​ເລ​ຮົ່ງ​ແອ​ງ, ທ່ານຮອງ​ນາຍົກລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການປ້ອງ​ກັນ, ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ.

   ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈ້ງວ່າ: ພາຍຫລັງ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 3 ຊຸດ​ທີ 10, ບັນດາ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ໄດ້​ຕັ້ງໜ້າ​ຊີ້​ນຳ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ໃນ​ບາງ​ຂົງ​ເຂດ; ​ໄພສໍ້​ລາດ​ບັງ​ຫຼວງ, ຟູມ​ເຟືອຍ​ໄດ້​ຮັບ​ການ​ຄວບຄຸມ​ເທື່ອ​ລະ​ກ້າວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ວຽກ​ງານ​ຄົ້ນພົບ ​ແລະ​ລົງ​ໂທດ​ບັນດາ​ການ​ກະທຳ​ສໍ້​ຫຼາດ​ບັງ​ຫຼວງ​ບັນລຸ​ໄດ້ບັນດາ​ໝາກຜົນ​ອັນຕັ້ງໜ້າ. ທ່ານຮອງ​ນາຍົກລັດຖະມົນຕີ​ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ:

   “ສຳລັບ 8 ຄະດີ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ​ເກີດ​ກ່ອນປີ 2006 ຊື່​ງຄະນະ​ຊີ້​ນຳ​ສູນ​ກາງ​ເລືອກ​ເຟັ້ນ​ເພື່ອ​ຊີ້​ນຳ​ນັບ​ແຕ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ກໍລ້ວນ​ແຕ່​​ໄດ້ນຳ​ມາ​ພິພາກສາ. ສຳລັບ 21 ຄະດີ​ສໍ້​ຫຼາດ​ບັງ​ຫຼວງ​ທີ່​ຮ້າຍແຮງ, ສັບສົນ ​ໄດ້​ພິພາກສາ 5 ຄະດີ​ແລ້ວ, ສານ​ກຳລັງ​ສືບສວນ​ສອບ​ສວນ 2 ຄະດີ, ອົງການ​ໄອ​ຍະ​ການກຳລັງ​ສືບສວນ​ສອບ​ສວນ 3 ຄະດີ, ​ໂຈະຊົ່ວ​ຄາວ 4 ຄະດີ, ພວມ​ສືບສວນ 7 ຄະດີ….

 ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນໜັກ​ວ່າ ວຽກ​ງານປ້ອງ​ກັນ, ຕ້ານ​ໄພ​ສໍ້ລາດ​ບັງ​ຫຼວງ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ຮີບ​ດ່ວນ​ທີ່​ສຸດ​ໃນ​ການ​ກໍ່ສ້າງ​ພັກ, ສ້າງ​ກົງຈັກ​ລັດ​ໃນ​ປະຈຸ​ບັນ, ທ່ານ​ສະ​ເໜີ​ວ່າ: “ຕ້ອງ​ຍົກ​ສູງ​ຄວາມ​ຕັດສິນ​ໃຈ, ຄວາມ​ຮັບຜິດຊອບຂອງ​ບັນດາ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ, ພິ​ເສດ​ແມ່ນ​ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ. ຕ້ອງ​ຍົກ​ສູງ​ບົດບາດ, ກຳລັງ​ຕໍ່ສູ້​ຂອງ​ອົງຄະ​ນະ​ພັກ, ພິ​ເສດ​ຢູ່​ຂັ້ນຮາກ​ຖານ​ກ່ວາ​ອີກ. ຕ້ອງ​ຍົກ​ສູງ​ລັກສະນະ​ນຳ​ໜ້າ ​ເປັນ​ແບບຢ່າງ​ຂອງ​ສະມາຊິກ​ພັກ

ຂ່າວ/ບົດ​ອື່ນ