ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ວຽກ​ງານ​ກໍ່​ສ້າງ​ພັກ​ປີ 2022

(VOVWORLD) -ເມື່ອເວົ້າເຖິງການເປັນເສນາທິການ ປະຕິບັດບັນດາໝວດມາດຕະການຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ, ທ່ານນາງ ເຈືອງທິມາຍ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຈະຍື່ນສະເໜີບາງກົນໄກນະໂຍບາຍທົດລອງ ກ່ຽວກັບແຜນນະໂຍບາຍ ໂດຍການນຳຄັດເລືອກ ສະເໜີພະນັກງານໃນການວາງແຜນກຳນົດ ເພື່ອເລືອກຕັ້ງ ແລະ ແຕ່ງຕັ້ງຕຳແໜ່ງຮອງຫົວໜ້າ.
ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຜັນ​ຂະ​ຫຍາຍ​ວຽກ​ງານ​ກໍ່​ສ້າງ​ພັກ​ປີ 2022 - ảnh 1ທ່ານນາງເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 13 ມັງກອນ, ກອງປະຊຸມທົ່ວປະເທດ ສະຫຼຸບວຽກງານຈັດຕັ້ງກໍ່ສ້າງພັກ ປີ 2021, ຜັນຂະຫຍາຍໜ້າທີ່ປີ 2022 ໄດ້ດຳເນີນຢູ່ຮ່າໂນ້ຍ, ທ່ານນາງເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ຊີ້ແຈ້ງວ່າ: ປີ 2022 ແມ່ນປີທີ່ມີຄວາມໝາຍສຳຄັນ, ສ້າງພື້ນຖານປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ດັ່ງນັ້ນ, ຂະແໜງຈັດຕັ້ງ ກໍ່ສ້າງພັກ ໄດ້ສຸມໃສ່ປະຕິບັດ 19 ແຜນຮ່າງ ກ່ຽວກັບການຈັດຕັ້ງກໍ່ສ້າງພັກ ໃນໂຄງການດຳເນີນງານຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາປີ 2022.

ເມື່ອເວົ້າເຖິງການເປັນເສນາທິການ ປະຕິບັດບັນດາໝວດມາດຕະການຍູ້ແຮງການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງ, ທ່ານນາງ ເຈືອງທິມາຍ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຈະຍື່ນສະເໜີບາງກົນໄກນະໂຍບາຍທົດລອງ ກ່ຽວກັບແຜນນະໂຍບາຍ ໂດຍການນຳຄັດເລືອກ ສະເໜີພະນັກງານໃນການວາງແຜນກຳນົດ ເພື່ອເລືອກຕັ້ງ ແລະ ແຕ່ງຕັ້ງຕຳແໜ່ງຮອງຫົວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ