( vovworld ) – ວັນທີ 12/4, ທີ່ການປະຊຸມຂ່າວຂອງຊວງການຕ່າງປະເທດຫວຽດນາມ, ຕອບສຳພາດກ່ຽວກັບປະຕິກິລິຍາຂອງຫວຽດນາມ ພາຍຫຼັງຄຳຖະແຫຼງຂອງຈີນ ໃນມໍ່ມານີ້ໄດ້ທີ່ຮຽກຮ້ອງລັດເຊຍ ຢຸດການຂຸດຄົ້ນນ້ຳມັນອາຍແກັດຢູ່ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi ຊີ້ແຈງວ່າ.
“ ບັນດາໂຄງການຮ່ວມມືຂອງຫວຽດນາມ ສຳລັບບັນດາຄູ່ຮ່ວມມືຕ່າງປະເທດໃນຂົງເຂດນ້ຳມັນອາຍແກັດປະຈຸບັນ ລວມທັງບັນດາໂຄງການຮ່ວມມືກັບ Gazprom ລ້ວນແຕ່ນອນໃນເຂດເສດຖະກິດພິເສດ ແລະ ໄຫຼ່ທະວີບຂອງຫວຽດນາມ, ຂຶ້ນກັບອະທິປະໄຕຂອງຫວຽດນາມ ແລະ ສິດສະເໜີພິຈາລະນາຕັດສິນຄວາມຖືກຕ້ອງຂອງຫວຽດນາມ, ສອດຄອງກັບກົດໝາຍສາກົນພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຊົມເຊີຍບັນດາຄູ່ຮ່ວມມືຕ່າງປະເທດທີ່ຮ່ວມມືກັບຫວຽດນາມ ໃນຂົງເຂດນ້ຳມັນອາຍແກັດໃນເຂດເສດຖະກິດພິເສດ, ໄຫຼ່ທະວີບຂອງຫວຽດນາມ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ແລະ ມີໜ້າທີ່ຮັບຜິດຊອບປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກຕ້ອງ ແລະ ຊອບທຳຂອງບັນດາຄູ່ຮ່ວມມືຕ່າງປະເທດທີ່ທຳມາຄ້າຂາຍຢູ່ຫວຽດນາມ. ”
ກ່ຽວກັບຂໍ້ມູນຂ່າວຊາວປະມົງ 21 ຄົນຖືກຝ່າຍຈີນ ຈັບຕົວ, ທີ່ການປະຊຸມຂ່າວ, ທ່ານ Luong Thanh Nghi ອີກຄັ້ງໜື່ງໄດ້ຢືນຢັນວ່າ ຈີນ ຕ້ອງເຄົາລົບຫຼັກໝັ້ນຂອງຫວຽດນາມ ແລະ ຕອບສະໜອງການສະເໜີຂອງຫວຽດນາມໂດຍໄວ, ບໍ່ປະໃຫ້ເຫດການດັ່ງກ່າວສົ່ງຜົນສະທ້ອນເຖິງການພົວພັນຂອງສອງປະເທດ.
ກ່ຽວຂ້ອງເຖິງບັນຫາສປປ.ເກົາຫຼີ ມີແຜນການຍິງດາວທຽມ, ທ່ານ Luong Thanh Nghi ໃຫ້ຮູ້ວ່າ ຫວຽດນາມສະແດງຄວາມວິຕົກກັງວົນກ່ຽວກັບບັນດາຄວາມເຄັ່ງຕຶ່ງໃນມໍ່ໆມານີ້ກ່ຽວກັບເລື່ອງສປປ.ເກົາຫຼີ ຍິງດາວທຽມ, ພ້ອມກັນນັ້ນກໍຢືນຢັນວ່າ ຢາມໃດຫວຽດນາມ ກໍປາດຖະໜາຢາກໃຫ້ແຫຼມເກົາຫຼີ ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຫວຽດນາມ ເນັ້ນໜັກຄວາມຈຳເປັນຂອງການປະຕິບັດກົດໝາຍຂອງສະພາຄວາມໝັ້ງຄົງສະຫະປະຊາຊາດຢ່າງເຂັ້ມງວດ, ພິເສດແມ່ນມະຕິເລກທີ 1874 ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ.