(vovworld) - ດັ່ງທີ່ພວກເຮົາໃຫ້ຂ່າວໄປແລ້ວ, ວັນທີ 28/02, ລັດຖະບານໄດ້ຈັດກອງປະຊຸມນັດສາມັນເດືອນ 2. ພາຍຫຼັງກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ວູດຶກດາມ ໄດ້ເປັນປະທານການປະຊຸມຂ່າວ ເພື່ອແນໃສ່ແຈ້ງໝາກຜົນຂອງກອງປະຊຸມ, ສະພາບເສດຖະກິດສັງຄົມໃນເດືອນ 2 ກໍຄືມາງມາດຕະການບໍລິຫານຂອງລັດຖະບານໃນໄລຍະຈະມາເຖິງ, ພ້ອມທັງຕອບຄຳຖາມຂອງບັນດານັກຂ່າວກ່ຽວກັບບັນດາບັນຫາເຊິ່ງຫາງສຽງພວມມີຄວາມສົນໃຈ. ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ວູດຶກດາມ ແລ້ວ, ເສດຖະກິດຫວຽດນາມ ພວມມີສັນຍານຢ່າງຕັ້ງໜ້າ. ນັ້ນແມ່ນ, ຕາມບົດລາຍງານຫຼ້າສຸດຂອງຜູ້ວ່າການທະນາຄານແຫ່ງລັດແລ້ວ, ປະຈຸບັນອັດຕາໜີ້ເສຍໄດ້ຫຼຸດແຕ່ 8% ລົງເຫຼືອພຽງ 6% ໃນສະພາບທີ່ບໍລິສັດແກ້ໄຂໜີ້ເສຍຍັງບໍ່ທັນໄດ້ຮັບການສ້າງຕັ້ງ. ດັດສະນີລາຄາໃຊ້ສອຍ (CPI) ໃນ 2 ເດືອນ ຕົ້ນປີແມ່ນ 2,59%, ຫຼຸດລົງເມື່ອທຽບກັບໄລຍະດຽວກັນຂອງປີ 2012. ຫວຽດນາມ ໄດ້ວາງອອກຄາດໝາຍລວມແມ່ນ ໃນປີ 2013 ນີ້, ທັງພັດທະນາການເຕີບໂຕ ທັງຄວບຄຸມໄຟເງິນເຟີ້. ເພື່ອປະຕິບັດໄດ້ຄາດໝາຍດັ່ງກ່າວ, ລັດຖະບານໄດ້ຮຽກຮ້ອງໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຕ້ອງຕິດຕາມກວດກາຢ່າງໃກ້ຊິດຕໍ່ບັນດາຄາດໝາຍ ເພື່ອສົມທົບກັນບໍລິຫານ.
ເມື່ອຕອບຄຳຖາມທີ່ກ່ຽວຂ້ອງເຖິງບັນຫາບັນດາທະນາຄານການຄ້າເກັບຄ່າບໍລິການສຳລັບລູກຄ້ານຳໃຊ້ບັດບໍລິການ ATM ເລີ່ມແຕ່ວັນທີ 01/03, ທ່ານ ຫງວຽນດົ່ງຕຽນ, ຮອງຜູ້ວ່າການທະນາຄານແຫ່ງລັດໃຫ້ຮູ້ວ່າ.
“ເລື່ອງຍົກອອກບັນດາລະດັບຄາບໍລິການນີ້ ອິ່ງບົນພື້ນຖານກົດໝາຍ, ພ້ອມທັງຮັບປະກັນອົງການຈັດຕັ້ງສິນເຊື່ອ ໄດ້ຮັບການເຄື່ອນໄຫວຢ່າງດີກວ່າ ແລະ ກໍບົນຫຼັກການຜູ້ອຸປະໂພກບໍລິໂພກເຫັນດີນຳ, ຕອບສະໜອງໄດ້ໃຫ້ແກ່ຝ່າຍສະໜອງ ແລະ ນຳໃຊ້. ແລະ ພ້ອມທັງປະຕິບັດແຜນນະໂຍບາຍສຳຄັນແມ່ນຫຼຸດຜ່ອນການນຳໃຊ້ເງິນສົດ ແລະ ສົ່ງເສີມບັນດາຮູບແບບບໍ່ນຳໃຊ້ເງິນສົດ”.