ກອງປະຊຸມປົກປັກຮັກສາສັນຕິພາບ ສປຊ 2017 ໄດ້ຍົກອອກຄຳໝັ້ນສັນຍາເກືອບ 50 ສະບັບ

(VOVWORLD) - ກອງປະຊຸມປົກປັກຮັກສາສັນຕິພາບສະຫະປະຊາຊາດປີ 2017 (PKO 2017) ໄດ້ສິ້ນສຸດລົງ ພາຍຫລັງປະຊຸມເປັນເວລາ 2 ວັນ ແຕ່ວັນທີ 14 – 15 ພະຈິກ ຢູ່ນະຄອນ Vancouver ປະເທດ ການາດາ
ກອງປະຊຸມປົກປັກຮັກສາສັນຕິພາບ ສປຊ 2017 ໄດ້ຍົກອອກຄຳໝັ້ນສັນຍາເກືອບ 50 ສະບັບ - ảnh 1ພາບປະກອບ AFP/ TTXVN

ດ້ວຍຄຳໝັ້ນສັນຍາປັບປຸງບັນດາການເຄື່ອນໄຫວປົກປັກຮັກສາສັນຕິພາບໃນຊຸມປີຈະມາເຖິງ 46 ສະບັບ ເພື່ອແນໃສ່ເພີ່ມທະວີໜູນຊ່ວຍການເຄື່ອນໄຫວຂອງສະຫະປະຊາຊາດ. ກອງປະຊຸມ PKO 2017 ໄດ້ດຶງດູດການເຂົ້າຮ່ວມຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຜູ້ຕາງໜ້າຂັ້ນສູງຈາກກ່ວາ 80 ປະເທດ ແລະ 5 ອົງການຈັດຕັ້ງສາກົນ.

        ທີ່ກອງປະຊຸມ, 13 ຄະນະປະຕິບັດງານໄດ້ຢັ້ງຢືນຄືນໃໝ່ ແລະ 48 ຄະນະປະຕິບັດງານໄດ້ລົງນາມໃນບັນດາຄຳໝັ້ນສັນຍາປົກປັກຮັກສາສັນຕິພາບໃໝ່. 9 ປະເທດໃຫ້ຄຳໝັ້ນສັນຍາໜູນຊ່ວຍການເຄື່ອນໄຫວໃນສະພາບແວດລ້ອມໃຊ້ພາສາ ຝະຣັ່ງ ແລະ 21 ປະເທດປະຕິບັດບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງເຖິງສະຕິລະວັງຕົວໃນພາລະກິດປົກປັກຮັກສາສັນຕິພາບຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ