ກອງປະຊຸມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ກອງປະຊຸມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)
(vovworld) -     ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ບັບປັບປຸງ ສືບ​ຕໍ​ໄດ້​ຮັບ​ການ​ປະກອບ​ຄຳ​ຄິດ​ຄຳ​​ເຫ​ັນຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ. ຕອນ​ເຊົ້າ​ວັນ​ທີ 26/02, ຢູ່​ນະຄອນ​​ໂຮ່ຈິ​ມິນ, ຄະນະ​ກຳມະການ​ແນວ​ໂຮ​ມປະ​ເທດ​ຊາດ​ນະຄອນ ​​ໄດ້​ຈັດກອງປະຊຸມປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນປີ 1992 ​ສະບັບ​ປັບປຸງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ວ່າ ຕ້ອງ​ມີ​ກົດໝາຍ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ ​ແລະ ຕີ​ລາຄາສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ​ເພື່ອ​ໃຫ້​ບັນດາ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຂັ້ນຕ່າງໆ​ສາມາດ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ, ບັນດາ​ອົງການ​ໂດ​ຍປະຊາຊົນ​ເລືອກ​ຕັ້ງ​ໄດ້. ດ້ານ​ອື່ນ, ສະ​ເໜີ​ໃຫ້​ຄະນະ​ກຳມະການ​ຮຽບຮຽງ​ສະ​ແດງ​ໃນ​ລັດຖະທຳ​ມະນູນ, ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ໃນ​ການ​ເລືອກ​ຕັ້ງ​ບັນດາ​ຕຳ​ແໜ່​ງໂດຍສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ທີ່​ກອງ​ປະຊຸມສະ​ໄໝ​ຕ່າງໆ. ​ແນວ​ໂຮມ​ປະ​ເທດ​ຊາດ​ມີ​ສິດ​ແນະນຳ​ຜູ້​ອອກ​ສະມັກ​ຮັບ​ເລືອກ​ຕັ້ງຕື່ມອີກ ທີ່​ມີ​ມາດຖານ​ຕາມ​ຂໍ້​ກຳນົດ​ແມ່ນສະມາຊິກ​ສະພາ​ປະຊາຊົນ, ສະມາຊິກ​ສະພາ​ແຫ່ງ​ຊາດ. ມີ​ຜູ້​ແທນ​ບາງ​ທ່ານ​ກໍ​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ເສດຖະກິດ ​ແລະ ທີ່​ດິນ​ໃນ​ລັດຖະທຳ​ມະນູນ. ທ່ານ ຮີ່ງວັນ​ມິນ, ປະທານສະຫະ​ສະມາຄົມ​ວິ​ສາ​ຫະກິດ​ນະຄອນ​ໂຮ່ຈິ​ມິນ, ຍົກ​ອອກ​ຄຳ​ເຫັນ​ວ່າ.

        “ມາດຕາທີ 58 ທີ່​ເວົ້າ​ເຖິງ​ທີ່​ດິນ, ​ໃນກອງ​ປະຊຸມ​ຄັ້ງ​ນີ້​ ຮ່າງ​ລັດຖະທຳ​ມະນູນ ​ໄດ້​ເຕື້ອງ​ເຖິງ​ຢ່າງ​ຈະ​​ແຈ້ງ​ສິດ​ຊັບ​ສິນ, ​ກຳມະສິດນຳ​ໃຊ້​ທີ່​ດິນ​ເຊິ່ງກົດໝາຍ​ປົກ​ປ້ອງ. ນີ້​ແມ່ນ​ຈຸດ​ໃໝ່ ​​ແຕ່​ຕ້ອງ​ເຮັດ​ແຈ້ງ​ກວ່າ ​ຍ້ອນທີ່​ດິນ​ໃນ​ປະຈຸ​ບັນ​ມີ 3 ສິດນັ້ນ​ແມ່ນ: ສິດ​ນຳ​ໃຊ້, ກຳມະສິດ ​ແລະ ສິດຊັບ​ສິນ”.

        ທີ່​ແຂວງ ບ່າ​​ເຮ້ຍ - ວູງ​ເຕົ່າ, ບັນດາ​ອົງການ​ສາ​ສະ​ນາ​ສື​ບຕໍ່​ສົ່ງ​ຄຳ​ຄິດ​ຄຳ​ເຫັນ​ປະກອບ​ໃຫ້ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະ​ບັບປັບປຸງ. ຄຳ​ເຫັນ​ສ່ວນ​ຫຼາຍ​ເຫັນ​ດີ​ກັບ​ເລື່ອງ​ຈຳ​ເປັນຕ້ອງປັບປຸງ​ລັດຖະທຳ​ມະນູນ​ປີ 1992, ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ, ສັງຄົມຂອງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ ກໍ​ຄື​ໃນ​ສະພາບ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ.

ຂ່າວ/ບົດ​ອື່ນ