ກອງປະຊຸມຜູ້ທີ່ປຶກສາດ້ານການຄ້າປີ 2013

ກອງປະຊຸມຜູ້ທີ່ປຶກສາດ້ານການຄ້າປີ 2013 - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫວູດຶກ​ດາມ
(ພາບ: baocongthuong.com.vn)


(vovworld) - ກອງ​ປະຊຸມ​ຜູ້ທີ່​ປຶກສາ​ດ້ານ​ການ​ຄ້າປີ 2013 ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/12 ຢູ່ຮາໂນ້ຍ, ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຈັດ​ຕັ້ງ, ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ​ຫວຽດນາມ ປະຈຳ​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ ລັດຖະບານ​ຫວຽດນາມ ຮັບ​ຮູ້​ບັນດາ​ຄວາ​ມມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ຂອງ​ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ​ເວົ້າ​ລວມ ​ແລະ ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ​ເວົ້າ​ສະ​ເພາະ ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ.

        “ປະຈຸ​ບັນ, ພວກ​ເຮົາ​ພວມມີ 55 ອົງການ​ການ​ຄ້າ​ປະຈຳ​ຕ່າງປະ​ເທດ, ດ້ວຍ 122 ຄົນ. ບັນດາຜູ້ທີ່​ປຶກສາ​ດ້ານ​ການ​ຄ້າ ຕ້ອງ​ແມ່ນ​ຜູ້​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ​ໃຫ້​ລັດຖະບານ, ກອນ​ອື່ນ​ໝົດ​​ແມ່ນ​ກະຊວງ​ອຸດສາຫະກຳ​ການ​ຄ້າ. ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ່ອງ​ຖິ່ນ​ຢູ່​ພາຍ​ໃນ​ປະ​ເທດກໍ່​ຕ້ອງ​ມີ​ການ​ສົມທົບ​ກັນ. ຂ້າພະ​ເຈົ້າ​ຫວັງ​ວ່າ, ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ​ເວົ້າ​ລວມ ​ແລະ ບັນດາຜູ້ທີ່​ປຶກສາ​ດ້ານ​ການ​ຄ້າ​ເວົ້າ​ສະ​ເພາະ ປະຕິບັດ​ສຳ​ເລັດວຽກ​ງານ​ຂອງ​ຕົນ​​, ບໍ່ພຽງ​ແຕ່​ແມ່ນ​​ຜູ້​ທີ່​ຕາງໜ້າ​ຂອງ​ອົງການ​ການ​ຄ້າ, ວິ​ສາ​ຫະກິດ​ຢູ່​ຕ່າງປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້​ເຜີຍແຜ່​ກ່ຽວ​ກັບ​ພາບ​ພົດ, ຄວາມຕັດສິນ​ໃຈ​ນຳ​ປະ​ເທດ​ຫວຽດນາມ ກ້າວ​ຂຶ້ນ​ຢ່າງ​ແທດ​ຈິງ​ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ