ກອງປະຊຸມຜັນຂະຫຍາຍການປະຕິບັດມະຕິຂອງກົມການເມືອງກ່ຽວກັບການເຊື່ອມໂຍງກັບສາກົນ
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ກ່າວຄວາມເຫັນໄຂກອງປະຊຸມ
(ພາບປະກອບ)
(vovworld) – ວັນທີ 2/8, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດໄດ້ຈັດຕັ້ງກອງປະຊຸມຊາບຊືມ ແລະ ຜັນຂະຫຍາຍການປະຕິບັດມະຕິ 22 ຂອງກົມການເມືອງ (ຊຸດທີ 22) ກ່ຽວກັບການເຊື່ອມໂຍງກັບສາກົນ. ກ່າວຄວາມເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ. ກຳມະການຄະນະບໍລິຫານງານອົງຄະນະພັກກະຊວງການຕ່າງປະເທດໄດ້ຢືນຢັນວ່າ: ມະຕິ 22 ຂອງກົມການເມືອງ (ຊຸດທີ 22) ກ່ຽວກັບການເຊື່ອມໂຍງກັບສາກົນ ແມ່ນບາດກ້າວກະໂດດຂັ້ນທີ່ມີລັກສະນະຍຸດທະສາດໃນຫຼາຍຂົງເຂດເພື່ອພັດທະນາປະເທດຊາດຄື: ເສດຖະກິດ, ການເມືອງ, ວັດທະນະທຳ - ສັງຄົມ, ການທະຫານ… ໄລຍະຜ່ານມາ, ຫວຽດນາມໄດ້ຕັ້ງໜ້າເຂົ້າຮ່ວມບັນດາອົງການຈັດຕັ້ງສາກົນ, ເລີ່ມຕົ້ນແມ່ນການເຂົ້າເປັນສະມາຊິກອາຊຽນ (1995), ເຂົ້າເປັນສະມາຊິກເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ປີ 1996, ເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝິກ (APEC) ປີ 1998… ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ເນັ້ນໜັກວ່າ ເພື່ອເຊື່ອມໂຍງກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງກວ່າອີກ, ແມ່ນຈຳເປັນຕ້ອງເພີ່ມທະວີກຳລັງພາຍໃນ. ມະຕິຂອງກົມການເມືອງກ່ຽວກັບການເຊື່ອມໂຍງກັບສາກົນ ໄດ້ຮັບການຮັບຮອງເອົາ ແມ່ນບາດກ້າວທີ່ສຳຄັນໃນການຫັນເປັນລະອຽດ ແລະ ກຳນົດທິດທາງເຄື່ອນໄຫວ ເພື່ອຜັນຂະຫຍາຍການປະຕິບັດແຜນນະໂຍບາຍ “ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງກັບສາກົນ“ ເຊິ່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ. ມະຕິກຳນົດຫຼາຍທິດທາງຈີນຕະນາການ ແລະ ການກະທຳທີ່ສຳຄັນ, ແນໃສ່ສ້າງບາດກ້າວກະໂດດຂັ້ນ ໃຫ້ວິວັດການເຊື່ອມໂຍງກັບສາກົນຂອງຫວຽດນາມໃນໄລຍະໃກ້ໆນີ້.