(vovworld) - ຕອນເຊົ້າວັນທີ 28/12, ຢູ່ຮ່າໂນ້ຍ, ຄະນະກຳມາທິການຊົນເຜົ່າ ໄດ້ຈັດກອງປະຊຸມຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບຍຸດທະສາດວຽກງານຊົນເຜົ່າຮອດປີ 2020. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນເຈົ້າການຈັດກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ຕາງໜ້າບັນດາທ້ອງຖິ່ນທີ່ມີຊາວຊົນເຜົ່າສ່ອນໜ້ອຍເປັນຈຳນວນຫຼາຍ ແລະ ຫຼາຍກະຊວງ, ຂະແໜງການສູນກາງ ຢືນຢັນຄວາມສຳຄັນຂອງຂໍ້ຕົກລົງເລກທີ 449 ຂອງນາຍົກລັດຖະມົນຕີ ທີ່ມີຕໍ່ການພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າສ່ວນໜ້ອຍ. ທ່ານ ກຊໍ ເຟືອກ, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດ ຊີ້ແຈ້ງວ່າ ແຕ່ປີ 2014, ຫວຽດນາມ ຕ້ອງເຮັດແນວໃດເພື່ອຫັນປ່ຽນຄວາມຮັບຮູ້ໃນໝູ່ປະຊາຊົນກ່ຽວກັບການປະຕິບັດນະໂຍບາຍສຳລັບປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍໃຫ້ໄດ້.
“ລະດັບຄອງຊີບ, ສະພາບແວດລ້ອມຢູ່ເຂດຕົວເມືອງ, ຢູ່ໃນລະດັບສູງກວ່າ, ກຳລັງຜະລິດກໍ່ພັດທະນາດີກວ່າ, ຄວາມຮູ້ຂອງປະຊາຊົນດີກວ່າ, ບັນດາເງື່ອນໄຂດ້ານສາທາລະນະສຸກກໍ່ດີກວ່າ. ຍ້ອນເຫດນັ້ນ, ຂ້າພະເຈົ້າສະເໜີພວກເຮົາຕ້ອງເປັນເອກະພາບຕໍ່ທັດສະນະທີ່ວ່າ ຕ້ອງມີນະໂຍບາຍສຳລັບຊົນເຜົ່າສ່ວນໜ້ອຍ. ຕ້ອງຈຳແນກນະໂຍບາຍເຂດ ແລະ ນະໂຍບາຍສຳລັບຊົນເຜົ່າສ່ວນໜ້ອຍ”.
ສ່ວນທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຍາມໃດພັກ, ລັດ ກໍ່ເອົາໃຈໃສ່ພັດທະນາເຂດຊົນເຜົ່າ ແລະ ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ້ອງເປັນເອກະພາບໃນການປະຕິບັດບັນດາຈຸດໝາຍໃນຍຸດທະສາດວຽກງານຊົນເຜົ່າສ່ວນໜ້ອຍຮອດປີ 2020.