ກອງປະຊຸມຜັນຂະຫຍາຍປະຕິບັດຄຳສັ່ງ 03 ຂອງກົມການເມືອງບັນດາແຂວງ, ນະຄອນທາງພາກໃຕ້

ກອງປະຊຸມຜັນຂະຫຍາຍປະຕິບັດຄຳສັ່ງ 03 ຂອງກົມການເມືອງບັນດາແຂວງ, ນະຄອນທາງພາກໃຕ້ - ảnh 1
ທ່ານ Dinh The Huynh ເປັນປະທານກອງປະຊຸມ
(ພາບ: ອີນເຕີເນັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 20/4, ຢູ່​ນະຄອນ ​ເກີນ​​ເທີ, ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ແລກປ່ຽນ​ວຽກ​ງານ​ລະຫວ່າງ ບັນດາ​ແຂວງ, ນະຄອນ​ທາງ​ພາກ​ໃຕ້ ກ່ຽວ​ກັບການ​​ຜັນ​ຂະຫຍາຍການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 – CT/TW ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບການ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ​່ຈີ​ມິນ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ Dinh The Huynh ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ພາຍຫຼັງ 1 ປີ ​ແຫ່​ງການ​ປະຕິບັດ​ຄຳ​ສັ່ງ​ເລກ​ທີ 03, ພ້ອມ​ທັງ​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຊຸກຍູ້ ​ແລະ ຄົ້ນ​ຄ້ວາ​ສະພາບ​ການ​ຕົວ​ຈິງ, ​ແກ້​ໄຂບັນດາ​ຄວາມ​ຫຍູ້​ງຍາກ, ຂໍ້​ຕິດ​ຂັດ, ​ເພື່ອ​ສືບ​ຕໍ່​ຍູ້​ແຮງ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ວຽກ​ງານ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດ​ຄຳ​ສັ່ງ​ເລກ​ທີ 03 ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕາມ​ບົດ​ລາຍ​ງານ​ຂອງ​ບັນດາ​ແຂວງ, ນະຄອນ​ທາງ​ພາກ​ໃຕ້, ​ເຖິງ​ວ່າ​ໃນ​ເບື້ອງ​ຕົ້ນ​ຍັງ​ມີ​ຄວາມ​ຫຍູ້​ງຍາກ, ຂໍ້​ຕິດ​ຂັດ​ໃນ​ການ​ຜັນ​ຂະຫຍາຍ, ປະຕິບັດ, ​ແຕ່​ວ່າການ​ຮ່ຳ​ຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິ​ນ ຕາມ​ຈິດ​ໃຈ​ຄຳ​ສັ່ງ 03 ຂອງ​ກົມ​ການ​ເມື​ອງ ຢູ່​ບັນດາ​ທ້ອງ​ຖີ່​ນ​ໃນ​ໄລຍະ​ຜ່ານ​ມາ​ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ, ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງ ກ້ວາງ​ຂວາງ, ສ້າງ​ກຳລັງ​ແຜ່​ຂະຫຍາຍ​ຈາ​ກພະນັກງານ, ສະມາຊິກ​ພັກ ຕະຫຼອດ​ຮອດ​ມະຫາ​ຊົນ. ທ່ານ Nguyen Manh Hung, ຮອງ​ເລຂາ​ຄະນະ​ພັກ​ແຂ​ວງ ບິນ​ທ້ວນ​ໃຫ້​ຮູ້​ວ່າ:

“ຜ່ານ​ການ​ສະຫຼຸບ ​ໝາກຜົນ​ທີ່​ຮັບ​ຮູ້​ໄດ້​ຄື​ແນວ​ນີ້: ຈິດ​ໃຈ​, ທ່າ​ທີຮັບ​ໃຊ້​ຂອງ​ປະຊາຊົນ ​ແລະ ຄວາມ​ຮັບຜິ​ດຊອບ​ຕໍ່ໜ້າ​ທີ່​ໄດ້​ຮັບ​ການມອບ​ໝາຍ​ໃຫ້​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ບັນດາ​ບັນຫາ​ຮ້ອນ​ເຮັ່ງ, ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ແກ້​ໄຂ​ຫຼາຍ​ກ່ວາ, ສະຕິ​ຮັກສາ​ຄຸນ​ນະ​ທາດ​ຄຸນສົມບັດ​ປະຕິວັດ​ໄດ້​ຖືກ​ປະຕິບັດ​ເປັນ​ປະຈຳ​, ທ່າທີ​ເຮັດ​ວຽກ​ໄດ້​ຮັບ​ການປ່ຽນ​ໃໝ່​​ເທຶ່ອລະ​ກ້າວ”

 

ຂ່າວ/ບົດ​ອື່ນ