(vovworld) – ຕອນບ່າຍວັນທີ 13/7, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມຜັນຂະຫຍາຍໂຄງການສ້າງກົດໝາຍ, ລັດຖະບັນຍັດ 6 ເດືອນທ້າຍປີ 2012 ແລະ ປີ 2013. ກາວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ເນັ້ນໜັກວ່າ ປີ 2013 ແມ່ນປີບານພັບໃຫ້ແກ່ການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບໂຄງການສ້າງກົດໝາຍ, ລັດຖະບັນຍັດໃນທັງອາຍຸການ, ສະນັ້ນ, ຄວນສຸມໃສ່ ແລະ ສະຫງວນເວລາຫຼາຍ; ບັນດາອົງການຮຽບຮຽງ, ອົງການ ກວດກາ ຕ້ອງປະຕິບັດວຽກງານດ້ວຍໜ້າທີ່ຮັບຜິດຊອບສູງ, ຕ້ອງປ່ຽນໃໝ່ວິທີເຮັດ, ໃຫ້ມີປະສິດທິຜົນ, ມີວິທີວິທະຍາສາດ ແລະ ເໝາະສົມ ເພື່ອຮັບປະກັນໃຫ້ໂຄງການ. ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ຊີ້ແຈ້ງວ່າ.
“ໃນເງື່ອນໄຂທີ່ພວກເຮົາພວມສຸມໃສ່ແຫຼ່ງກຳລັງເພື່ອຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ ແລະ ປັງປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ບັນດາອົງການ, ອົງການຈັດຕັ້ງຕ້ອງມີຄວາມຮັບຜິດຊອບສູງ. ພ້ອມທັງຕ້ອງເພີ່ມທະວີຄວາມຮັບຜິດຊອບ, ການພົວພັນສົມທົບກັນລະຫວ່າງຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດກັບລັດຖະບານ, ບັນດາອົງການກ່ຽວຂ້ອງທີ່ສຳຄັນໃນການເຄື່ອນໄຫວສ້າງກົດໝາຍ, ສ້າງຄວາມເຫັນດີເຫັນພ້ອມສູງໃນການຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບໂຄງການສ້າງກົດໝາຍ ແລະ ລັດຖະບັນຍັດ”