ກອງປະຊຸມຜ່ານເຄືອຂ່າຍອີນເຕີແນັດສະຫຼຸບ5ປີແຫ່ງການປະຕິບັດຄຳສັ່ງເລກທີ03ຂອງກົມການເມືອງ

ກອງປະຊຸມຜ່ານເຄືອຂ່າຍອີນເຕີແນັດສະຫຼຸບ5ປີແຫ່ງການປະຕິບັດຄຳສັ່ງເລກທີ03ຂອງກົມການເມືອງ - ảnh 1
ກອງ​ປະ​ຊຸມ​​ຜ່າ​ນ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ສະ​ຫຼຸບ5ປີ
​ແຫ່ງ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ
(ພາບ: TTXVN)

(vovworld) - ​ ​ຕອນ​ເຊົ້າ​ວັນ​ທີ 16/05, ຢູ່​ຮ່​າ​ໂນ​້ຍ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​​ທົ່ວ​ປະ​ເທດຜ່າ​ນ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ສະ​ຫຼຸບ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ຄຳ​​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງຊຸດ​ທີ 11 ກ່ຽວ​ກັບ​ການ​ສື​ບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ ແລະ ຜັນ​ຂະ​ຫຍາ​ຍ​ຄຳ​​ສັ່ງ​ໃໝ່​ຂອງ​ກົມ​ການ​ເມືອງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ, ທ່ານ​ນາງ​ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ ເຈືອງ​ທິ​ມາຍ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຕ່ອງ​ທິ​ຟ໋ອງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ, ​ ພ້ອມ​ກັບຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລ​ະ ຜູ້​ແທນກວ່າ 6.000 ຄົນເຂົ້າ​ຮ່ວມກອງ​ປະ​ຊຸມ. ທ່ານ ດິງ​ເທີ​ຮີນ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງພັກ, ທ່ານ ວໍ​ວັນ​ເທືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ, ໄດ້​ເປັນ​ປະ​ທານກອງ​ປ​ະ​ຊຸມ. ກອງ​ປະ​ຊຸ​ມ​​ດຳ​ເນີນ​ຜ່ານເຄືອ​ຂ່າຍ​ອີນ​ເຕີ​ແນັດເຊື່ອມ​ຕໍ່ 63 ແຂວງ​, ນະ​ຄອນ​ໃນ​ທົ່ວ​ປະ​ເທດ.

        ສະ​ເໜີ​ບົດ​ລາຍ​ງານ 5 ປີ​ແຫ່ງ​ການຜັນ​ຂະ​ຫຍາຍ​ຄຳສັ່ງເລກ​ທີ 03 ​ກ່ຽວ​ກັບ​ການສື​ບ​ຕໍ່​ຍູ້​ແຮງ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ, ທ່ານ ວໍ​ວັນ​ເທືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ຢືນ​ຢັນ​ວ່າ.

        “ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ ໄດ້​ປະ​ກອບ​ສ່ວນ​ຢ່າງຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ປັບ​ປຸງ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເປີດກວ້າງ​ການ​ພົວ​ພັ​ນ​ກັບ​ຕ່າງ​ປະ​ເທດ, ​ກໍ່ສ້າງພັກ ແລະ ລະ​ບົບ​ການ​ເມືອງ. ສະ​ກັດ​ກັ້ນ​ສະ​ພາບຊຸດ​ໂຊມ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ດຳ​ລົງ​ຊີ​ວິດ, ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມແບບ​ຢ່າງ​ຄຸນ​ສົມ​ບັດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ເທື່ອ​ລະ​ກ້າວ, ໂດຍ​ສະ​ເພາະ​ແມ່ນ​ການ​ຮໍ່​າ​ຮຽນ ໄດ້​ເຂົ້າ​ສູ່​ລະ​ບ​ຽບ​ການ, ແທດ​ຈິງກວ່າ, ​​ຈຳ​ກັດ​​ບັນ​ດາ​ປະ​ກົດ​ການ​ເປັນ​ຮູບ​ການ​ເທື່​ອ​ລະ​ກ້າວ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວ​າມ​ໄ​ວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ພັກ, ລັດ”.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ, ທ່ານ ດິງ​ເທີ​ຮີນ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງພັກ ສະ​ເໜີ​ສືບ​ຕ​ໍ່​ຍູ້​ແຮງ​ການ​ຮໍ່​າ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມິນ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ ແລະ ການ​ກະ​ທ​ຳໃນ​ພັກ, ລະ​ບົບ​ການ​ເມືອງ ແລະ ປະ​ຊາ​ຊົນ​ຢ່າງ​ແຮງ. ທ່ານ ດິງ​ເທີ​ຮີນ ຊີ້​ແຈ້ງວ່າ.

        “ສື​ບ​ຕໍ່​ເຮັດ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ມີ​ຄວາມ​ຮັບ​ຮູ້​ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ ແລະ ຄຸນ​ຄ່າ​ໃຫຍ່​ຫຼວງ​ຂອງ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ຂອງ​ປະ​ທານ​ໂຮ່​ຈິມ​ິນ ​ນັບ​ມື້​ນັບ​ເລິ​ກ​ເຊິ່ງ, ກວ້າງ​ຂວາງກວ່າ, ເພື່ອ​​ກາຍ​ເປັນ​ພື້ນ​ຖານ​ທາງ​ດ້າ​ນ​ຈິດ​ໃຈ​ຂອງ​ຊີ​ວິດ​ສັງ​ຄົມ​ຢ່າງ​ໝັ້​ນ​​ຄົງ, ສ້າງວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ ​ໃຫ້​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ປົກ​ປັ​ກ​ຮັກ​ສາ​ປະ​ຊາ​ຊາດ​ຢ່າງ​ໝັ້​ນ​ຄົງ, ເພື່ອ​ຈຸດ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສີ​ວິ​ໄລ”.

        ກອງ​ປະ​ຊຸມກໍ່​ຍ້ອງ​ຍໍ​ບັນ​ດາ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​​ເປັນ​ແບບ​ຢ່າງ​ທີ່ດີ​ເດັ່ນ, ມີ​ຜົນ​ງານ​ຫ​ຼາຍ​ຢ່າງ​ໃນ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ.

ຂ່າວ/ບົດ​ອື່ນ