ກອງປະຊຸມຜູ້ແທນສະເພາະກິດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການທະບຽນສານ

ກອງປະຊຸມຜູ້ແທນສະເພາະກິດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການທະບຽນສານ - ảnh 1
ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊີງຮຸ່ງ
ພາບ:internet


(vovworld) – ຕອນ​ເຊົ້າວັນ​ທີ 10/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈັດຕັ້ງກອງ​ປະຊຸມ​ຜູ້​ແທນ​ສະ​ເພາະ​ກິດ​ປຶກສາ​ຫາລື​ກ່ຽວກັບຮ່າງ​ກົດໝາຍ​ ​3 ສະບັບ ນັ້ນແມ່ນ ກົດໝາຍວ່າ​ດ້ວຍ​ການ​ທະບຽນສານ(ສະບັບ​ປັບປຸງ), ກົດໝາຍວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ) ​ແລະ ກົດໝາຍວ່າ​ດ້ວຍ​ການ​ລົງທຶນຂອງ​ລັດ​ເຊີ່ງ​ຄາດ​ວ່າ​ຈະ​ໄດ້ຮັບຮອງ​ເອົາ​ຢູ່​ກອງ​ປະຊຸມ​ສະ​ໄໝສາມັນ​ຄັ້ງທີ 7, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຈະ​ມາ​ເຖີງ. ກ່າວ​ຄຳ​ເຫັນ​ທີ່​ການ​​ໄຂ​ກອງ​ປະຊຸມ, ທ່ານ ຫງວຽນຊິງ​ຮຸ່ງ, ປະທານ​ສະພາ​ແຫ່ງ​ຊາດເນັ້ນໜັກວ່າ​ກອງ​ປະຊຸມ​ຜູ້​ແທນ​ສະ​ເພາະ​ກິດ​ແມ່ນ​ກອງ​ປະຊຸມ​ທີ່​ສຳຄັນ​ເພື່ອ​ແນ​ໃສ່​ປະກອບ​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ ​3 ສະບັບທີ່​ມີ​ຄວາມໝາຍ ​ແລະ ກະທົບ​ຕໍ່ຫຼາຍດ້ານ​ຂອງ​ເສດຖະກິດ​ສັງຄົມ, ກໍ່​ຄື​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ມິ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ. ບັນດາ​ຮ່າງ​ກົດໝາຍດັ່ງກ່າວ​ໄດ້​ນຳສະ​ເໜີຢູ່​ກອງ​ປະຊຸມ​ສະ​ໄໝສາມັນ​ຄັ້ງທີ 6, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ແລ້ວ. ທ່ານປະທານ​ສະພາ​ແຫ່ງ​ຊາດ​ຢືນຢັນ​ວ່າ​ກອງ​ປະຊຸມ​ຄັ້ງນີ້ມີ​ລັກສະນະ​ລົງ​ເລີກ​ເພື່ອ​ແນ​ໃສ່​ເສີມຂະຫຍາຍ​ບົດບາດ​ຂອງ​ບັນດາ​ສະມາຊິກ​ສະພາ​​ແຫ່ງ​ຊາດ​ສະ​ເພາະ​ກິດ​ໃນ​ການ​ປະຕິບັດພາລະ​ບັດ​ບາດ, ໜ້າທີ່, ສິດ​ອຳນາດຂອງ​ຕົນ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບບັນດາ​ຮ່າງ​ກົດໝາຍ ​ແລະ ຄຸນ​ນະພາ​ບຂອງ​ກ​ອງປະຊຸມ​ສະ​ໄໝສາມັນ​ສະພາ​ແຫ່ງ​ຊາດກວ່າ​ອີກ. ທ່ານປະທານ​ສະພາ​ແຫ່ງ​ຊາດສະ​ເໜີ​ໃຫ້​ບັນດາ​ຜູ້ຊ່ຽວຊານ, ນັກວິທະຍາ​ສາດ, ຜູ້​ແທນ​ຕັ້ງໜ້າ​ເຂົ້າຮ່ວມປະກອບຄຳ​ເຫັນ​ທີ່​ຖືກຕ້ອງ​ຊັດ​ເຈນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ.

ຂ່າວ/ບົດ​ອື່ນ