ກອງປະຊຸມພົບປະສົນທະນາລະຫວ່າງສະພາທີ່ປຶກສາການປະຕິຮູບຂອງທ່ານນາຍົກລັດຖະມົນຕີຫວຽດນາມກັບສະມາຄົມວິສາຫະກິດເອີລົບຢູ່ ຫວຽດນາມ
(VOVWORLD) -ກອງປະຊຸມພົບປະສົນທະນາລະຫວ່າງສະພາທີ່ປຶກສາການປະຕິຮູບຂອງທ່ານນາຍົກລັດຖະມົນຕີຫວຽດນາມກັບສະມາຄົມວິສາຫະກິດເອີລົບຢູ່ ຫວຽດນາມໄດ້ດຳເນີນໃນຕອນບ່າຍວັນທີ 12 ທັນວາທີ່ ນະຄອນຫຼວງຮ່າໂນ້ຍ. ໂດຍການເປັນປະທານຂອງທ່ານມາຍຕ໊ຽນຢຸ໊ງຫົວໜ້າຫ້ອງວ່າການລັດຖະບານ, ປະທານສະພາທີ່ປຶກສາການປະຕິຮູບ.
ກອງປະຊຸມພົບປະສົນທະນາລະຫວ່າງສະພາທີ່ປຶກສາການປະຕິຮູບຂອງທ່ານນາຍົກລັດຖະມົນຕີຫວຽດນາມກັບສະມາຄົມວິສາຫະກິດເອີລົບຢູ່ ຫວຽດນາມ (ພາບ: TTXVN) |
ທີ່ການພົບປະສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລື 3 ຫົວຂໍ້ຫຼັກຄື: ບັນດາສິ່ງທ້າທາຍກ່ຽວກັບການສຳຜັດຕະຫຼາດຂອງສິນຄ້າແລະການລົງທຶນຢູ່ ຫວຽດນາມ; ການລົງທະບຽນຜະລິດຕະພັນ, ຂັ້ນຕອນການເຮັດລະບຽບການນຳເຂົ້າ-ສົ່ງອອກ, ຂັ້ນຕອນການເສຍພາສີແລະບັນດາສິ່ງທ້າທາຍຂອງການຈາລະຈອນສິນຄ້າໃນຕະຫຼາດກໍ່ແມ່ນບັນດາສິ່ງທ້າທາຍຂອງວິສາຫະກິດເອີລົບ.
ການພົບປະສົນທະນາ ປະຈຳປີ ໃນຄັ້ງນີ້ ແມ່ນການເຄື່ອນໄຫວຫຼ້າສຸດໃນບັນດາການເຄື່ອນໄຫວ ລະຫວ່າງປະຊາຄົມວິສາຫະກິດເອີລົບກັບສະພາທີ່ປຶກສາການປະຕິຮູບການບໍລິຫານຂອງທ່ານນາຍົກລັດຖະມົນຕີຫວຽດນາມ. ເຊິ່ງເປັນສັນຍານອັນດີໃນຈຸດເວລາທີ່ສຳຄັນໃນຂະບວນການໃຫ້ສັດຕະຍາບັນສັນຍາການຄ້າເສລີລະຫວ່າງຫວຽດນາມແລະເອີລົບ (EVFTA), ສະແດງເຖິງເລື່ອງຫວຽດນາມພ້ອມແລ້ວທີ່ຈະເປີດປະຕູແລະໜູນຊ່ວຍ, ແກ້ໄຂບັນດາສິ່ງທ້າທາຍທີ່ ບັນດາວິສາຫະກິດເອີລົບພວມປະສົບໃນການເຄື່ອນໄຫວຢູ່ຫວຽດນາມ.